ພາບລວມຂອງໂຄງການ

ໂຄງການ ເຂື່ອນໄຟຟ້າ ນ້ຳເທີນ 1 (NT1HPP) ເປັນເຂື່ອນທີ່ມີຄວາມສູງ 177 ແມັດ, ເຊິ່ງຕັ້ງຢູ່ຕາມສາຍ ນ້ຳກະດິງ, ແຂວງ ບໍລິຄຳໄຊ. ເຂື່ອນມີກຳລັງຕິດຕັ້ງທັງໝົດ 650 ເມກາວັດ (MW), ໃນນັ້ນ 520 ເມກາວັດ ຈະສົ່ງອອກຈຳໜ່າຍໃຫ້ກັບປະເທດໄທ ແລະ 130 ເມກາວັດ (MW) ຈະຈຳໜ່າຍເພື່ອການຊົມໃຊ້ພາຍໃນປະເທດ.

ໂຄງການນີ້ແມ່ນໄດ້ຮັບການພັດທະນາໂດຍ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ເຊິ່ງໄດ້ຮັບການສຳປະທານຈາກລັດຖະບານ ສປປ ລາວ ເພື່ອສ້າງ ແລະ ດຳເນີນງານເຂື່ອນໄຟຟ້ານ້ຳເທີນ 1 ເປັນເວລາ 27 ປີ.

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ມຸ່ງໝັ້ນຕໍ່ກັບວິໄສທັດໃນການພັດທະນາປະເທດທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ພວກເຮົາເຮັດວຽກຢ່າງໃກ້ຊິດກັບບັນດາບໍລິສັດຜູ້ຖືຫຸ້ນ, ລັດຖະບານລາວ, ສະຖາບັນສາກົນ, ຜູ້ໄດ້ຮັບຜົນກະທົບຈາກໂຄງການ, ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອເຮັດໃຫ້ວິໄສທັດນີ້ປະກົດຜົນເປັນຈິງ.

ຂ່າວລ່າສຸດ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022

ຕະຫຼອດໄລຍະທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ປະຕິບັດພັນທະຫຼາຍດ້ານດ້ວຍຄວາມຮັບຜິດຊອບ ເພື່ອຮັບປະກັນຜົນກະທົບທາງບວກຕໍ່ກັບສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງປະເທດ. ໃນນັ້ນ, ພວກເຮົາສາມາດປະຕິບັດພັນທະສ່ວຍສາອາກອນເພື່ອສ້າງລາຍຮັບເຂົ້າໃນງົບປະມານແຫ່ງລັດ ແລະ ຍັງສາມາດດຶງດູດເງິນຕາຕ່າງປະເທດເຂົ້າມາພາຍໃນປະເທດ. ດັ່ງນັ້ນ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ຈຶ່ງໄດ້ຮັບໃບຍ້ອງຍໍທີ່ມີຜົນງານດີເດັ່ນປະເພດ II ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022 ຕາມຂໍ້ຕົກລົງ ເລກທີ 4037/ກງ, ລົງວັນທີ

LEARN MORE
ມອບທຶນສະໜັບສະໜູນຈັດງານປະກາດຮັບຮອງ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນບ້ານວັດທະນະທໍາ

ມອບທຶນສະໜັບສະໜູນຈັດງານປະກາດຮັບຮອງ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນບ້ານວັດທະນະທໍາ

—————————- ເບິ່ງວິດີໂອຂ່າວເພີ່ມເຕີມໄດ້ທີ່: https://www.facebook.com/100090726062275/videos/1550046242196638/ —————————- – ທ່ານຍັງສາມາດອ່ານຂ່າວສານນ້ຳເທີນ 1 ປະເດືອນ ສິງຫາ 2023 ສະບັບເຕັມໄດ້ທີ່: https://bit.ly/3ZWBnrP (ພາສາລາວ)

LEARN MORE
ຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023

ຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023

ພວກເຮົາ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ (NT1PC), ມີຄວາມຍິນດີທີ່ຈະແບ່ງປັນຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023, ໂດຍມີຈຸດປະສົງເພື່ອນຳສະເໜີບັນດາກິດຈະກຳທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ (NT1PC), ພະນັກງານ, ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງກັບບໍລິສັດ ເຊັ່ນ: ວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກວມເອົາວຽກງານຍົກຍ້າຍ-ຈັດສັນ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງບ້ານ, ວຽກງານພົວພັນກັບລັດຖະບານ ແລະ

LEARN MORE

ຊີເອສອ໌າ

ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ ແລະ

LEARN MORE
ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023

ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1  ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ

LEARN MORE
ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.

LEARN MORE

ຄັງຮູບພາບ