ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ Previous item ບໍລິສັດ ໄຟຟ້າ ນ້ຳເທີນ 1... Next item ທີມງານສັງຄົມຂອງ ບໍລິສັດ...

ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.

ໃນຕອນເຊົ້າຂອງວັນທີ 28 ທັນວາ 2023 ຢູ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ທີ່ຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງໄດ້ຈັດພິທີປະກາດການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ – ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ທ່ານ ສິງຄໍາ ສຸວັນຄໍາ – ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາຫ້ອງການທີ່ກ່ຽວຂ້ອງ, ກຸ່ມຕໍ່າຫູກ-ທໍໄໝ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ໄດ້ຜ່ານບົດລາຍງາຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງກຸ່ມຫັດຖະກໍາຕໍ່າຫູກ-ທໍໄໝ. ກຸ່ມຫັດຖະກໍາຕໍ່າຫູກ-ທໍໄໝ ບ້ານຫ້ວຍຫອຍ ໄດ້ສ້າງຕັ້ງຂຶ້ນ ໃນປີ 2020 ເຊິ່ງປະຈຸບັນມີສະມາຊິກໃນກຸ່ມຫັດຖະກໍາຕໍ່າຫູກ-ທໍໄໝ ທັງໝົດ 60 ຄົນ, ການເຄື່ອນໄຫວໃນໄລຍະຜ່ານມາແມ່ນ ໄດ້ເອົາໃຈໃສ່ປະຕິບັດ ຕາມແຜນນະໂຍບາຍ ການສົ່ງເສີມຊຸກຍູ້ຂອງພັກ-ລັດ, ສາມາດເຫັນໄດ້ຈາກຄວາມນິຍົມ ແລະ ຜົນຕອບຮັບຂອງຜູ້ຊົມໃຊ້, ເອົາໃຈໃສ່ດ້ານງານຝີມື ແລະ ຄຸນນະພາບ, ມາດຕະ ຖານການຜະລິດ ເຊິ່ງສາມາດຜະລິດເປັນສິນຄ້າຂາຍອອກໄດ້ 240 ກ່ວາຜືນ ຫຼື ຄິດເປັນມູນຄ່າ 60.000.000 ກີບ/ປີ, ລາຍຮັບສະເລ່ຍ 4.500,000 ກີບ/ຄົນ/ປີ.

ຈາກນັ້ນ, ກໍ່ໄດ້ມອບ – ຮັບໃບຢັ້ງຢືນອະນຸຍາດນໍາໃຊ້ກາໝາຍໂອດັອບແຫ່ງຊາດ (ODOP) ໃຫ້ແກ່ກຸ່ມຕໍ່າຫູກ-ທໍໄໝ ບ້ານຫ້ວຍຫອຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນນິມິດໝາຍອັນດີ ແລະ ເປັນຫຼັກຖານຢ່າງເປັນທາງການ. ຫຼັງຈາກນັ້ນ, ໄດ້ຮັບຟັງການໃຫ້ຄໍາເຫັນ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກຄະນະປະທານຕື່ມອີກ ເຊັ່ນ: ການສືບຕໍ່ຄົ້ນຄວ້າໃຫ້ມີສິນຄ້າ ODOP ຫຼາຍຂຶ້ນຕື່ມ ເພື່ອເພີ່ມລາຍຮັບໃຫ້ແກ່ປະຊາຊົນ ແລະ ບ້ານ ແລະ ສົ່ງເສີມໃຫ້ສ້າງຜະລິດຕະພັນຜ້າໄໝໃຫ້ມີຫຼາກຫຼາຍຮູບແບບ ເປັນຕົ້ນແມ່ນ ກະເປົາເງິນ ແລະ ສິນຄ້າອື່ນໆ.

  • ທ່ານສາມາດອ່ານບົດຄວາມ ແລະ ເບິ່ງຮູບພາບເພີ່ມເຕີມໄດ້ທີ່: https://bit.ly/47qTbxi