ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022 Next item ບໍລິສັດ ໄຟຟ້ານ້ຳເທີນ 1...

ຕະຫຼອດໄລຍະທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ປະຕິບັດພັນທະຫຼາຍດ້ານດ້ວຍຄວາມຮັບຜິດຊອບ ເພື່ອຮັບປະກັນຜົນກະທົບທາງບວກຕໍ່ກັບສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງປະເທດ. ໃນນັ້ນ, ພວກເຮົາສາມາດປະຕິບັດພັນທະສ່ວຍສາອາກອນເພື່ອສ້າງລາຍຮັບເຂົ້າໃນງົບປະມານແຫ່ງລັດ ແລະ ຍັງສາມາດດຶງດູດເງິນຕາຕ່າງປະເທດເຂົ້າມາພາຍໃນປະເທດ. ດັ່ງນັ້ນ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ຈຶ່ງໄດ້ຮັບໃບຍ້ອງຍໍທີ່ມີຜົນງານດີເດັ່ນປະເພດ II ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022 ຕາມຂໍ້ຕົກລົງ ເລກທີ 4037/ກງ, ລົງວັນທີ 13 ທັນວາ 2023 ໂດຍກົມສ່ວຍສາອາກອນ, ກະຊວງການເງິນ ໃນວັນທີ 20 ກຸມພາ 2024 ທີ່ຜ່ານມາ.

ພວກເຮົາມີຄວາມພາກພູມໃຈສຳລັບການຍ້ອງຍໍໃນຄັ້ງນີ້ ແລະ ຈະສືບຕໍ່ປະຕິບັດທັນທະຕ່າງໆດ້ວຍຄວາມເອົາໃຈໃສ່ໃນການເປັນສ່ວນໜຶ່ງຕໍ່ການພັດທະນາຂອງປະເທດ.