ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ Next item ບໍລິສັດ ໄຟຟ້າ ນ້ຳເທີນ 1...

ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ ແລະ ຄວາມເອົາໃຈໃສ່ຈາກສະພາແຫ່ງຊາດ, ສະພາແຂວງ ພ້ອມກັບຄະນະປະທານຄະນະຊີ້ນຳໂຄງການເຂື່ອນໄຟຟ້າ ນ້ຳເທີນ 1 ຈຳກັດ, ຈຶ່ງໄດ້ຮ່ວມກັນຫາທາງແກ້ໄຂບັນຫາຢ່າງຮີບດ່ວນ.

ດັ່ງນັ້ນ, ຈຶ່ງໄດ້ມີໂຄງການກໍ່ສ້າງ ລະບົບນ້ຳປະປາ ບ້ານຈອມທອງ ເມືອວຽງທອງ ແຂວງບໍລິຄຳໄຊ ເຊິ່ງເປັນໜຶ່ງໃນໂຄງການທີ່ປະກອບສ່ວນໂດຍສອງພາກສ່ວນຄືໄລຍະລິເລີ່ມສຳຫລວດໂດຍສະພາແຫ່ງຊາດ ແລະ ໄລຍະອອກແບບກໍ່ສ້າງພາຍໃຕ້ ກອງທຶນພັດທະນາຊຸມຊົມ (Community Development Fund – CDF) ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໃນມູນຄ່າທັງໝົດ 257.223 USD ແລະ ຮັບເໝົາກໍ່ສ້າງໂດຍ ລັດວິສາຫະກິດ ນ້ຳປະປາ ແຂວງບໍລິຄຳໄຊ. ໂຄງການດັ່ງກ່າວ ໄດ້ກວມເອົາ 2 ບ້ານຄື ບ້ານຈອມທອງ ແລະ ບ້າທາດພູວຽງ ມີໄລຍະການກໍ່ສ້າງທັງໝົດ 18 ເດືອນ ເຊິ່ງເລີ່ມຈາກ ເດືອນພະຈິກ 2022 ເຖິງ ເດືອນເມສາ 2024. ແຕ່ເນື່ອງຈາກການເຮັດວຽກຢ່າງມີປະສິດທິພາບຂອງ ລັດວິສາຫະກິດ ນ້ຳປະປາແຂວງບໍລິຄຳໄຊ ພາຍໃຕ້ການຊີ້ນຳກວດກາ ຢ່າງໃກ້ຊິດຂອງຄະນະຄຸ້ມຄອງກອງທຶນ CDF, ເຮັດໃຫ້ການກໍ່ສ້າງຕົວຈິງ ສໍາເລັດແລ້ວກ່ອນກຳໜົດ ໄລຍະເວລາທັງໝົດພຽງ 15 ເດືອນ.

ຜ່ານໄລຍະການກໍ່ສ້າງ 15 ເດືອນ, ໂຄງການກໍ່ໄດ້ຮັບໝາກຜົນສຳເລັດ ແລະ ໄດ້ກວດວຽກສຳເລັດ 100% ໃນວັນທີ 02 ກຸມພາ 2024 ຜ່ານມາ. ຈຶ່ງໄດ້ຈັດກອງປະຊຸມລາຍງານຜົນສຳເລັດ 100% ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງລະບົບນ້ຳປະປາ ບ້ານ ຈອມທອງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະຖຳມະວົງ – ຮອງເຈົ້າເມືອງວຽງທອງ, ທັງເປັນຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ທຶນພັດທະນາຊຸມຊົນ ໂຄງການເຂື່ອນໄຟຟ້ານ້ຳເທີນ 1 ມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຜູ້ຕາງໜ້າຈາກ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (ຜູ້ສະໜອງທຶນໃນການກໍ່ສ້າງ) ແລະ ອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມ ກວດກາຄວາມສຳເລັດວຽກກໍ່ສ້າງໂຄງການນ້ຳປະປາບ້ານຈອມທອງ. ປະຈຸບັນ, ໄດ້ເອົາກົງເຕີນ້ຳເຂົ້າເຮືອນປະຊາແລ້ວ 181 ຫຼັງຄາເຮືອນ ທຽບເທົ່າກັບ 51% ຂອງຈຳນວນທັງໝົດ 364 ຄອບຄົວ, ເຊິ່ງມີປະຊາກອນທັງໝົດ 1.836 ຄົນ. ໂດຍມີອໍານາດການປົກຄອງຂັ້ນແຂວງ, ຂັ້ນເມືອງ ແລະ ທ້ອງຖິ່ນ ໄດ້ເອົາໃນໃສ່ຮ່ວມມືຢ່າງໃກ້ຊິດ ຈຶ່ງເຮັດໃຫ້ໂຄງການດັ່ງກ່າວສຳເລັດກ່ອນຄາດໝາຍ. ທ່ານ ຄໍາສິງ ສາຍພູຄໍາ – ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ກ່າວໃນຕອນທ້າຍການກວດກາວ່າ “ຂໍສະແດງຄວາມຂອບໃຈມາຍັງການນຳພັກ-ລັດ ຂັ້ນແຂວງ, ຂັ້ນເມືອງ ທີ່ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ເຮັດໃຫ້ໂຄງການຂອງພວກເຮົາໄດ້ເກີດຂຶ້ນ ແລະ ໄດ້ຮັບຜົນສຳເລັດ. ທີ່ສຳຄັນ ແລະ ຂາດບໍ່ໄດ້ນັ້ນກໍ່ຄື ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ທີ່ໄດ້ສະໜອງງົບປະມານໃຫ້ພວກເຮົາ ເຮັດໃຫ້ໂຄງການນີ້ໄດ້ສຳເລັດຕາມແຜນການທີ່ວາງໄວ້”.

  

ສືບເນື່ອງຈາກຜົນສຳເລັດການກໍ່ສ້າງ ແລະ ໜ້າວຽກຕ່າງໆ, ໃນວັນທີ 17 ກຸມພາ 2024 ຜ່ານມາ, ຢູ່ທີ່ຫ້ອງການບ້ານ ຈອມທອງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງນ້ຳປະປາ ບ້ານຈອມທອງຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມພິທີດັ່ງກ່າວຂອງ ທ່ານ ນາງ ສູນທອນ ໄຊຍະຈັກ – ຄະນະເລຂາທິການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ – ກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ, ທ່ານ ສຸວັນນີ ໄຊຊະນະ – ຮອງເລຂາພັກແຂວງບໍລິຄຳໄຊ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະກໍາມະການຄຸ້ມຄອງ-ນໍາໃຊ້ທຶນພັດທະນາຊຸມຊົນ ໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ແລະ ຜູ້ຕາງໜ້າ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (ຜູ້ໃຫ້ທຶນ) ນຳພາເຂົ້າຮ່ວມໂດຍ ທ່ານ ບຸນຍັງ ເພັງສຸວັນ – ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ. ນອກຈາກນີ້, ຍັງມີການຈັດຕັ້ງບ້ານ, ປະຊາຊົນບ້ານຈອມທອງ ແລະ ໃກ້ຄຽງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນຕອນທ້າຍຂອງພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງໂຄງການນີ້ວ່າ “ໂຄງການນີ້ແມ່ນໄດ້ຮັບທຶນຈາກ ກອງທຶນພັດທະນາຊຸມຊົນ ຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ເຊິ່ງໄດ້ສ້າງນ້ຳໃຊ້ທີ່ສະອາດໃຫ້ແກ່ປະຊາຊົນໄດ້ຊົມໃຊ້ ແລະ ປະຊາຊົນບ້ານຈອມທອງ ແລະ ບ້ານອ້ອມຂ້າງຈະມີລະບົບນໍ້າປະປາໃຊ້ໃນຄົວເຮືອນເພື່ອທຳມາຫາກິນ. ເຊິ່ງນີ້ເປັນຂ່າວດີ ແລະ ສ້າງເງື່ອນໄຂໃຫ້ແກ່ບ້ານຈອມທອງ ໃຫ້ກາຍເປັນຕົວເມືອງຢູ່ໃນຊົນນະບົດ ຕາມນະໂຍບາຍຂອງພັກ-ລັດ. ນອກຈາກນີ້ ຍັງເປັນໃບໜ້າອັນໃໝ່ຂອງບ້ານຈອມທອງ ແລະ ຊຸມຊົນອ້ອມຂ້າງ ເພື່ອເຕີບໂຕໄປຕາມສະພາບເສດຖະກິດຂອງຊຸມຊົນ ໂດຍສະເພາະແມ່ນເປັນໄປຕາມເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກ ແລະ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ”.

ທ່ານ ບຸນຍັງ ເພັງສຸວັນ – ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ກ່າວໃນນາມບໍລິສັດຜູ້ໃຫ້ທຶນແກ່ໂຄງການກໍ່ສ້າງນ້ຳປະປາບ້ານຈອມທອງວ່າ “ໃນນາມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ, ຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈຢ່າງຍິ່ງ ທີ່ໄດ້ປະກອບສ່ວນຕໍ່ການພັດທະນາ ແລະ ຜົນສຳເລັດໃນຄັ້ງນີ້ ແລະ ຂໍໂອກາດອັນດີງາມນີ້ ຂອບໃຈມາຍັງກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນໍຳໃຊ້ທຶນພັດທະນາຊຸມຊົນຂອງ ໂຄງການເຂື່ອນໄຟຟ້ານ້ຳເທີນ 1 ໂດຍການຈັດແຈງທຶນເພື່ອພັດທະນາຊຸມຊົນຕາມບູລິມະສິດຂອງໂຄງການ ແລະ ດຳເນີນບັນດາກິດຈະກຳໂຄງການຕ່າງໆທີ່ນຳໃຊ້ທຶນພັດທະນາຊຸມຊົນຢູ່ເມືອງວຽງທອງ ແລະ ປາກກະດິງ ກໍ່ຄື ແຂວງບໍລິຄຳໄຊ ຮ່ວມກັບຄະນະກຳມະການຄຸ້ມຄອງກອງທຶນພັດທະນາຊຸມຊົນ CDF ຂັ້ນເມືອງ ແລະ ເພື່ອຜັນຂະຫຍາຍທຶນດັ່ງກ່າວພັດທະນາດ້ານອື່ນໆ ຕາມທີ່ລະບຸໄວ້ໃນສັນຍາສຳປະທານ ແລະ ເພື່ອຮັບປະກັນໃຫ້ປະຊາຊົນຢູ່ບ້ານ – ເມືອງເປົ້າໝາຍຂອງໂຄງການໄດ້ຮັບປະໂຫຍດສູງສຸດຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1 ອີກດ້ວຍ”.

 

“ຂອບໃຈມາຍັງຂັ້ນເທິງທີ່ໄດ້ເອົາໃນໃສ່ສ້າງສາ ແລະ ພັດທະນາພື້ນຖານໂຄງລ່າງຂອງບ້ານຈອມທອງ ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ. ໃນເມື່ອກ່ອນບ້ານຈອມທອງບໍ່ທັນມີນ້ຳສະອາດໃຊ້ ກໍ່ໄດ້ເອົານ້ຳຈາກແມ່ນ້ຳໃຫຍ່ຂຶ້ນມາຊົມໃຊ້. ແຕ່ປະຈຸບັນນີ້ ບ້ານຈອມທອງໄດ້ຮັບໂຄງການກໍ່ສ້າງນ້ຳປະປາ ແລະ ມີນ້ຳສະອາດຊົມໃຊ້. ເຊິ່ງປະຊາຊົນບ້ານຈອມທອງດີໃຈຫຼາຍ ທີ່ຂັ້ນເທິງ ພັກ-ລັດ ໄດ້ເອົາໃນໃສ່ບ້ານຂອງພວກເຮົາ. ໃນວຽກງານຕໍ່ໜ້າ ຂ້າພະເຈົ້າຫວັງຢ່າງຍິ່ງວ່າບ້ານຈອມທອງຈະໄດ້ຮັບການພັດທະນາ ແລະ ຂະຫຍາຍນ້ຳປະປາໃຫ້ປະຊາຊົນນຳໃຊ້ຄົບທຸກຄອບຄົວ” ກ່າວໂດຍ ພັ.ທ ແກ້ວດວງໄຊ – ກຳມະການພັກເມືອງ, ນາຍບ້ານໃຫຍ່ຈອມທອງ

 

“ໃນປີ 2024, ໂຄງການ ໄຟຟ້າ ນ້ຳເທີນ 1 ເຊິ່ງມີພັນທະໃນການສະໜອງທຶນຫຼັງຈາກທີ່ໄດ້ຜະລິດໄຟຟ້າຂາຍແລ້ວ ເປັນຈຳນວນ 1.000.000 ໂດລາ ຕໍ່ປີ. ໃນປີ 2023 ທີ່ຜ່ານມາ, ທຶນໄດ້ກ່າວໄດ້ຈັດສັນມອບໃຫ້ກັບແຂວງບໍລິຄໍາໄຊ ແລະ ປີ 2024 ຖືກນໍາໃຊ້ເຂົ້າມາໃນເມືອງວຽງທອງ ແລະ ນີ້ຖືເປັນໂຄງການທຳອິດທີ່ໄດ້ນຳໃຊ້ງົບປະມານຈາກທຶນພັດທະນາຊຸມຊົນ (CDF) ໂດຍ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ເພື່ອປະກອບສ່ວນເຂົ້າມາພັດທະນາໃນບ້ານຈອມທອງ ເມືອງວຽງທອງ. ເຊິ່ງຜົນສຳເລັດນີ້ແມ່ນຄວາມພາກພູມໃຈໜຶ່ງຂອງ ໂຄງການ ໄຟຟ້າ ນ້ຳເທີນ 1 ທີ່ໄດ້ມີສ່ວນຮ່ວມໃນການປະກອບສ່ວນພັດທະນາ ໃນເຂດເມືອງວຽງທອງ ເຊິ່ງກໍ່ຄືບ້ານຈອມທອງ ໃນຄັ້ງນີ້” ກ່າວໂດຍ ທ່ານ ບຸນເພັງ ດວງມາລາ – ຜູ້ຈັດການຝ່າຍສັງຄົມ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ປະຈຳພາກສະໜາມ ເມືອງວຽງທອງ ແຂວງບໍລິຄຳໄຊ.