ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023 Previous item ກອງທຶນພັດທະນາຊຸມຊົນ ຂອງ... Next item ຊຸກຍູ້-ສົ່ງເສີມ...

ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1  ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ ໂດຍການຄັດສັນເອົາພະນັກງານ ແລະ ຊ່ຽວຊານ ດ້ານສິ່ງແວດລ້ອມ  ຜູ້ທີ່ມີລະດັບເຕັກນິກວິຊາການ ແລະ ປະສົບການ ໃນວຽກງານສິ່ງແວດລ້ອມ ມາສັງກັດຢູ່ໃນ ພະແນກສິ່ງແວດລ້ອມ. ເພື່ອຮັບປະກັນການດຳເນີນງານ ໃຫ້ສອດຄ່ອງກັບລະບຽບການສິ່ງແວດລ້ອມ ຂອງ ສປປ ລາວ ແລະ ສາກົນ ພ້ອມທັງ ຮັບປະກັນຜົນກະທົບທາງບວກ ແລະ ຍືນຍົງ.

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຍັງໄດ້ຜັນຂະຫຍາຍບັນດາລະບຽບຫລັກການ ແລະ ແນວທາງປະຕິບັດສາກົນ ແລະ ກົດໝາຍຂອງ ສປປ ລາວ  ເຂົ້າໃນແຜນການຄຸ້ມຄອງ ແລະ ຕິດຕາມ ສິ່ງແວດລ້ອມ ແລະ ສັງຄົມ. ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົ້ມນີ້ ໄດ້ຮັບການພັດທະນາ ແລະ ຊີ້ນຳໂດຍ ບໍລິສັດທີ່ປຶກສາ ລະດັບສາກົນ ຈາກປະເທດສະວີດສເຊີແລນ. ທີ່ສຳຄັນທີ່ສຸດ,​ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ,​ ຍັງໄດ້ຮັບການຊີ້ນໍຳຕິດຕາມ ແລະ ກວດກາ ຢ່າງໃກ້ຊິດ ແລະ ເປັນປົກກະຕິ ຈາກພາກລັດຖະບານ ເປັນຕົ້ນແມ່ນ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່, ແລະ ອົງການຈັດຕັ້ງຂັ້ນແທ້ອງຖິ່ນ.

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ, ໄດ້ປະຕິບັດຕາມພັນທະສັນຍາ ທີ່ລະບຸໄວ້ໃນສັນຍາສຳປະທານ ຢ່າງເຄັ່ງຄັດ. ໃນນັ້ນ ລວມມີການປະກອບສ່ວນເຂົ້າໃນການສ້າງຂີດຄວາມອາດສາມາດ ຂອງບຸກຄະລາກອນລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ການສະໜອງທຶນ ເຂົ້າໃນການສ້າງຕັ້ງຄະນະຮັບຜິດຊອບວຽກງານສິ່ງແວດລ້ອມທຸກໆຂັ້ນ ເພື່ອດຳເນີນການຊີ້ນຳ ແລະ ກວດກາວຽກງານສິ່ງແວດລ້ອມ, ການປະກອບສ່ວນພັນທະປະຈຳປີໃຫ້ແກ່ກອງທຶນປົກປັກຮັກສາສິ່ງແວດລ້ອມ, ວຽກງານປູກປ່າທົດແທນ, ວຽກງານ ຊົດເຊີຍຊີວະນາໆພັນ ແລະ ຄຸ້ມຄອງ ອ່າງໂຕ່ງ ເປັນຕົ້ນ.​

ດ້ວຍຄວາມເອົາໃຈໃສ່ຕໍ່ວຽກງານດັ່ງກ່າວ ແລະ ການຊີ້ນຳຢ່າງໃກ້ຊິດຂອງການຈັດຕັ້ງຈາກພາກລັດ ໃນຕະຫຼອດໄລຍະ ປີ 2022 – 2023 ທີ່ຜ່ານມາ ເຊິ່ງເປັນປີທຳອິດຂອງການເປີດຂາຍໄຟຢ່າງເປັນທາງການ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ຈຶ່ງໄດ້ຮັບໃບຢັ້ງຢືນ ປະເພດ ດີເດັ່ນ  (A) ໃນການປະຕິບັດພັນທະດ້ານສິ່ງແວດລ້ອມຂອງໂຄງການລົງທຶນ ປະຈຳປີ 2023 ມອບໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ – ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພິທີມອບ-ຮັບ ໃບຢັ້ງຢືນນີ້ ໄດ້ຈັດຂຶ້ນໃນວາລະ ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ ຫ້ອງປະຊຸມໃຫຍ່ ກຊສ ໃນຄັ້ງວັນທີ 17 ມັງກອນ 2024 ຜ່ານມາ. ເຊິ່ງຕາງໜ້າຮັບໂດຍ ທ່ານ ບຸນຍັງ ເພັງສຸວັນ – ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ. ໃນນັ້ນ, ມີທັງໝົດ  14 ບໍລິສັດການລົງທຶນຈາກຫຼາກຫຼາຍຂະແໜງ ທີ່ໄດ້ຮັບໃບຢັ້ງຢືນ ປະເພດ ດີເດັ່ນ  (A) ແລະ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ເປັນໜຶ່ງໃນ 06 ບໍລິສັດດ້ານພະລັງງານນໍ້າຕົກ ຮັບໃບຢັ້ງຢືນ ປະເພດດີເດັ່ນ (A) ໃນຄັ້ງນີ້.

ໃບຢັ້ງຢືນດັ່ງກ່າວເປັນຂວັນກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ ພະນັກງານ ແລະ ຄະນະບໍລິຫານ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ໃນການສືບຕໍ່ຄວາມມຸ້ງມາດປາດຖະຫນາ ຂອງບໍລິສັດ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການສົ່ງເສີມການເຮັດວຽກຕາມທິດທາງພັດທະນາສີຂຽວ. ພ້ອມດຽວກັນກັບການຜັນຂະຫຍາຍກິດຈະກຳ ໃຫ້ບັນລຸວິໄສທັດຂອງບໍລິສັດ ທີ່ວ່າ: ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ເປັນໜຶ່ງໃນບັນດາບໍລິສັດພະລັງງານນໍ້າຕົກ ທີ່ມີຜູ້ຖືຮຸ້ນລາວໃຫຍ່ທີ່ສຸດ ເຊິ່ງຢຶດໝັ້ນໃນການວ່າຈະ ປະກອບສ່ວນເຂົ້າໃນທິດທາງເຕີບໂຕສີຂຽວຂອງປະເທດລາວ ໂດຍປະຕິບັດຕາມມາດຕະຖານສາກົນ, ດໍາເນີນງານໃນແນວທາງ ທີ່ເປັນມິດກັບສິ່ງແວດລ້ອມ-ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສົ່ງເສີມຜົນກະທົບທາງບວກແບບຍືນຍົງ.