ນະໂຍບາຍ

ນະໂຍບາຍດ້ານຄຸນນະພາບ, ສິ່ງແວດລ້ອມ ແລະ ສັງຄົມ ຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ມຸ່ງໝັ້ນທີ່ຈະເປັນບໍລິສັດພະລັງງານສີຂຽວຊັ້ນນຳລະດັບຊາດ ແລະ ລະດັບພາກພື້ນ ໂດຍຍຶດໝັ້ນໃນມາດຕະຖານທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ລະດັບຊາດ ແລະ ລະດັບສາກົນ. ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ແມ່ນດໍາເນີນງານຢ່າງດ້ວຍວິທີການທີ່ໂປ່ງໃສ ແລະ ມີສ່ວນຮ່ວມໃນການປ້ອງກັນ, ບໍລິຫານຈັດການຄຸ້ມຄອງ ແລະ ຫຼຸດຜ່ອນຜົນກະທົບດ້ານລົບທີ່ອາດຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທ້ອງຖິ່ນ. ພວກເຮົາມຸ່ງໝັ້ນຢ່າງຫຍິ່ງທີ່ຈະກາຍເປັນຜູ້ນໍາໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຂອງ ສປປ ລາວ. ເພື່ອບັນລຸສິ່ງທີ່ກ່າວມານັ້ນ, ພວກເຮົາມຸ່ງໝັ້ນທີ່ຈະປະຕິບັດດັ່ງລຸ່ມນີ້:

ຄຳໝັ້ນສັນຍາດ້ານລະບົບການຄຸ້ມຄອງສິ່ງແວດລ້ອມ (EMS):

  • ປົກປັກຮັກສາຊັບພະຍາກອນທຳມະຊາດອັນລ້ຳຄ່າຂອງ ສປປ ລາວ ໂດຍການກຳຈັດ ແລະ/ຫຼື ຫຼຸດຜ່ອນ ຜົນກະທົບທາງລົບທີ່ເກີດຈາກການດຳເນີນໂຄງການ;
  • ປົກປັກຮັກສາຊັບພະຍາກອນທຳມະຊາດຂອງ ສປປ ລາວ ໂດຍຍຶດໝັ້ນຕາມຄຳໝັ້ນສັນຍາ EMS ຂອງໂຄງການ;
  • ກໍາຈັດ/ຫຼຸດຜ່ອນ ຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ໂດຍການຈັດຕັ້ງປະຕິບັດແຜນວຽກສະເພາະ ແລະ ແຜນງານ ກ່ຽວກັບ EMS;
  • ດໍາເນີນໂຄງການພາຍໃຕ້ບົດແນະນໍາທົ່ວໄປດ້ານ ສິ່ງແວດລ້ອມ, ສຸຂະພາບ ແລະ ຄວາມປອດໄພ (EHS) ຂອງ ອົງກອນການເງິນລະຫວ່າງປະເທດ (IFC), ມາດຕະຖານການປະຕິບັດທີ່ດີທີ່ສຸດກ່ຽວກັບອຸດສາຫະກໍາອື່ນໆ ພ້ອມທັງຂໍ້ກໍານົດ ແລະ ການປະຕິບັດອື່ນໆທີ່ບັງຄັບໃຊ້ ເພື່ອຮັບປະກັນວ່າ ສິ່ງແວດລ້ອມ, ສະຫວັດດີການຂອງບຸກຄະລາກອນຂອງໂຄງການ ແລະ ຊັບສິນຂອງໂຄງການ ໄດ້ຮັບການປົກປ້ອງເປັນຢ່າງດີ;
  • ຮັບປະກັນການຈັດຕັ້ງປະຕິບັດການປະຕິບັດທີ່ດີ ຕາມການປະຕິບັດຕາມ ລະບົບການຄຸ້ມຄອງສິ່ງແວດ ລ້ອມ (EMS) ເຊິ່ງພວກເຮົາມຸ່ງໝັ້ນທີ່ຈະຜ່ານໂຄງການທົບທວນການຄຸ້ມຄອງລະດັບສູງຕາມຂໍ້ກໍານົດ ແລະ ບົດແນະນໍາຂອງ ISO 14001: 2015 ພ້ອມດ້ວຍການປັບປຸງປະສິດທິພາບຂອງ EMS ຢ່າງຕໍ່ເນື່ອງ.

ຄຳໝັ້ນສັນຍາດ້ານເສດຖະກິດ-ສັງຄົມ

  • ປະຕິບັດຕາມພັນທະຂອງສັນຍາສໍາປະທານ ແລະ ລະບຽບການ ແລະ ມາດຕະຖານລະດັບຊາດ ແລະ ລະດັບສາກົນ ຢ່າງເຂັ້ມງວດ;
  • ດຳເນີນທຸລະກິດຂອງພວກເຮົາ ຢ່າງມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໂດຍການສ້າງຜົນກະທົບທາງບວກໃຫ້ແກ່ຊຸມຊົນທີ່ພວກເຮົາດຳເນີນທຸລະກິດ;
  • ຮັບປະກັນປະສິດທິຜົນຂອງແຜນງານ ຟື້ນຟູຊີວິດການເປັນຢູ່ ແລະ ແຜນການຍົກຍ້າຍຈັດສັນຂອງພວກເຮົາ ໃຫ້ໄດ້ຮັບຜົນດີ ແລະ ສາມາດວັດແທກໄດ້;
  • ສົ່ງເສີມການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ ແລະ ຊຸມຊົນ, ຄວາມເປັນເຈົ້າຂອງທ້ອງຖິ່ນ ແລະ ຄວາມຍືນຍົງ ຢ່າງເຕັມທີ່.

ຄວາມມຸ່ງໝັ້ນດ້ານ ລະບົບການຄຸ້ມຄອງຄຸນນະພາບ (QMS)

  • ຮັບປະກັນຄຸນນະພາບສູງສຸດຂອງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ ໂດຍມີການປັບປຸງຢ່າງຕໍ່ເນື່ອງທີ່ຜ່ານລະບົບການຄຸ້ມຄອງຄຸນນະພາບ (QMS) ເຊິ່ງພວກເຮົາມຸ່ງໝັ້ນທີ່ຈະຜ່ານໂຄງການທົບທວນການຄຸ້ມຄອງລະດັບສູງ ຕາມຂໍ້ກໍານົດ ແລະ ບົດແນະນໍາຂອງ ISO 9001:2015;
  • ມຸ່ງໝັ້ນທີ່ຈະຮັບປະກັນໃຫ້ແນ່ໃຈວ່າ ຂໍ້ກໍານົດທີ່ບັງຄັບໃຊ້ ແລະ ການປະຕິບັດທີ່ດີທີ່ກ່ຽວຂ້ອງກັບຄຸນນະພາບນັ້ນ ແມ່ນຄໍານຶງເຖິງຄວາມຮັບຜິດຊອບທີ່ບັງຄັບໃຊ້ ແລະ ປະຕິບັດຕາມໃນລະບົບການຄຸ້ມຄອງຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ;
  • ມຸ່ງໝັ້ນທີ່ຈະຕອບສະໜອງຄວາມຄາດຫວັງຂອງລູກຄ້າຂອງພວກເຮົາ ໂດຍການສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ແມ່ນເປັນບູລິມະສິດຂອງພວກເຮົາ.