ຜົນການກວດສຸຂະພາບປະຊາຊົນບ້ານຫ້ວຍຫອຍ ປະຈຳປີ 2025
ສະພາບລວມການກວດສຸຂະພາບປະຈຳປີ 2025 ຂອງປະຊາຊົນບ້ານຫ້ວຍຫອຍ ໃນກາງເດືອນພະຈິກ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ຈັດການກວດສຸຂະພາບປະຈຳປີຂຶ້ນໃຫ້ແກ່ປະຊາຊົນບ້ານຈັດສັນຍົກຍ້າຍ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍໃນວຽກດັ່ງກ່າວແມ່ນມີພະນັກງານແພດໝໍຈາກທັງໂຮງໝໍນ້ອຍຫ້ວຍຫອຍ ແລະ ໂຮງໝໍເມືອງວຽງທອງ ເປັນຜູ້ດຳເນີນການກວດສຸຂະພາບໃຫ້ແກ່ປະຊາຊົນ. ໃນການກວດສຸຂະພາບ ພະນັກງານແພດໝໍ ຮ່ວມກັບພະນັກງານອາວຸໂສຮັບຜິດຊອບວຽກງານສຸຂະພາບ ແລະ ການສຶກສາ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ຈັດຕັ້ງຈຸດເກັບກຳປະຫວັດສຸຂະພາບຂອງປະຊາຊົນ ເຊິ່ງລວມມີ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນອົງການຈັດຕັ້ງທ້ອງຖິ່ນ ແລະ ກິດຈະກຳຂອງຊຸມຊົນໃນເດືອນທັນວາ ປີ 2025
ໃນເດືອນທັນວາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ດຳເນີນການຕາມຄວາມມຸ່ງໝັັ້ນຂອງພວກເຮົາໃນການສະໜັບສະໜູນການພັດທະນາຊຸມຊົນ ໂດຍການສະໜັບສະໜູນດ້ານການເງິນ ແລະ ສິ່ງຂອງຕ່າງໆໃກ້ແກ່ອົງການຈັດຕັ້ງ ແລະ ສະຖານບັນທ້ອງຖິ່ນໃນແຂວງບໍລິຄຳໄຊ ແລະ ໃນລະດັບສູນກາງ. ການປະກອບສ່ວນໃນຄັ້ງນີ້ແມ່ນມີເປົ້າໝາຍເພື່ອເສີມສ້າງການບໍລິການຂອງລັດ, ສະໜັບສະໜູນການສຶກສາ, ຮັກສາວັດທະນະທຳ ແລະ ກິດຈະກຳຂອງຊຸມຊົນ. ເລີ່ມຈາກວັນທີ 1 ທັນວາ 2025, ນໍ້າເທີນ 1 ໄດ້ສະໜັບສະໜູນງົບປະມານ 7,750,000 ກີບ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ມອບທຶນພັດທະນາຊຸມຊົນ ນໍ້າເທີນ 1 (CDF) ປະຈຳປີ 2025 ມູນຄ່າ 1,000,000 ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ
ໃນທ້າຍເດືອນທັນວາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍທີມງານນໍ້າເທີນ 1 ໄດ້ເຂົ້າມອບທຶນພັດທະນາຊຸມຊົນ ນໍ້າເທີນ 1 (CDF) ປະຈຳປີ 2025 ມູນຄ່າ 1,000,000 ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ. ທຶນດັ່ງກ່າວ ແມ່ນຕ່າງໜ້າຮັບໂດຍ ທ່ານ
Read moreບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຂົ້າຮ່ວມການກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ
ໃນລະຫວ່າງວັນທີ 28-30 ຕຸລາ 2025, ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເຂົ້າຮ່ວມກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ ເຊິ່ງປະກອບມີ ຮ້ານຄ້າທຸລະກິດຊຸມຊົນ ທີ່ເມືອງປາກກະດິງ, ກໍ່ສ້າງກັນເຈື່ອນຢູ່ບ້ານຈັດສັນຫ້ວຍຫອຍ ແລະ ບ້ານຫຍັບຍ້າຍເມືອງມ່ວນ ແລະ ການກໍ່ສ້າງຮົ້ວຄັງສັດ ບ້ານຫ້ວຍຫອຍ. ໂຄງການກໍ່ສ້າງດັ່ງກ່າວນີ້ ແມ່ນຈັດຕັ້ງປະຕິບັດໂດຍ ກຸ່ມບໍລິສັດ ພອນສັກ ຈຳກັດ (PSG) ພາຍໃຕ້ແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ
Read moreກອງປະຊຸມທົບທວນກິດຈະກຳຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1
ໃນວັນທີ 23 ຕູລາ 2025 ທີ່ຫ້ອງການພາກສະໜາມ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ບ້ານທ່າແພ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ມີການຈັດກອງປະຊຸມເພື່ອທົບທວນຄືນບັນດາ 22 ກິດຈະກຳ ພາຍໃຕ້ແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1. ກອງປະຊຸມແມ່ນເຂົ້າຮ່ວມໂດຍ ທ່ານ ອຸທອນ ສິງຫາດວງປັນຍາ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ພ້ອມທັງເປັນຫົວໜ້າກອງເລຂາໜ່ວຍງານການຄຸ້ມຄອງຈັດສັນຍົກຍ້າຍ (RMU) ຂອງໂຄງການເຂື່ອນໄຟຟ້າ
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃຫ້ການສະໜັບສະໜູນການຍົກລະດັບວິຊາການຂອງຄູໃນບ້ານຫ້ວຍຫອຍ
ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບສຳລັບລູກຫຼາຍປະຊາຊົນກຸ່ມເປົ້າໝາຍ ໂດຍສະເພາະນັກຮຽນຕັ້ງແຕ່ລະດັບຊັ້ນອານຸບານ, ປະຖົມ ແລະ ມັດທະຍົມພາຍໃນບ້ານຫ້ວຍຫອຍ, ເຊິ່ງຄູອາຈານມີບົດບາດສຳຄັນຫຼາຍໃນການສິດສອນ, ຊຸກຍູ້ ແລະ ຂັບເຄື່ອນການຮຽນຮູ້ຂອງເດັກໃຫ້ມີຄຸນນະພາບ. ເພື່ອປະກອບສ່ວນເຂົ້າໃນການພັດທະນາຄຸນນະພາບການສິດສອນຂອງຄູອາຈານ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຶ່ງໄດ້ສະໜັບສະໜູນທຶນມູນຄ່າ 14,240,000 ກີບ ໃຫ້ແກ່ຄູອາຈານຈຳນວນ 10 ທ່ານ (ຄູອານຸບານ 3 ທ່ານ, ປະຖົມ 2 ທ່ານ ແລະ ມັດທະຍົມ 5 ທ່ານ)
Read moreການແລກປ່ຽນປະສົບການ, ຄວາມຮູ້ໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ລະຫວ່າງທ້ອງຖິ່ນ ເພື່ອຊ່ວຍສົ່ງເສີມການພັດທະນາຊຸມຊົນ
ບໍ່ດົນມານີ້, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການຈັດກິດຈະກໍາການແລກປ່ຽນຄວາມຮູ້ແບບ ບ້ານເຖິງບ້ານ ທີ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງ ບໍລິຄຳໄຊ. ກິດຈະກຳດັ່ງກ່າວ ແມ່ນເຕົ້າໂຮມເອົາຜູ້ຕາງໜ້າຈາກເມືອງປາກກະດິງ ລວມມີຄະນະປະຈຳພັກເມືອງ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການການຄ້າເມືອງ, ຄະນະກອງທຶນຂັ້ນບ້ານ ແລະ ນາຍບ້ານຈາກ 7 ບ້ານລຸ່ມເຂື່ອນ ເພື່ອເຂົ້າຮ່ວມແບ່ງປັນຄວາມຮູ້ ແລະ ປະສົບການໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ຕ່າງໆ ກັບທາງບ້ານຫ້ວຍຫອຍ,
Read moreບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ
ບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ ໃນວັນທີ 14 ພະຈິກ 2024, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ສືບຕໍ່ຄວາມມຸ່ງໝັ້ນຂອງພວກເຮົາໃນການປັບປຸງຊີວິດການເປັນຢູ່ຂອງ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ (PAP) ທີ່ ເມືອງວຽງທອງ, ແຂວງບໍລິຄຳໄຊ ໂດຍການມອບເງິນກອງທຶນ ງວດທີ 3 ປີ 2024. ໃນກອງປະຊຸມການມອບ-ຮັບເງິນກອງທຶນ, ທ່ານ
Read moreກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ
ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ
Read moreບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023
ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1 ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ
Read moreຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ
ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.
Read moreທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ
“ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເອງ ເພື່ອໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ.” ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ປະຈຳຢູ່ ເມືອງວຽງທອງ, ແຂວງບໍລິຄຳໄຊ, ໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເພື່ອເປັນຜູ້ອຳນວຍຄວາມສະດວກໃນການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ໃນວັນທີ 9-11 ຕຸລາ
Read more









