ໃນວັນທີ 27 ກຸມພາ 2026, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ຈັດກອງປະຊຸມເພື່ອລາຍງານຜົນໄດ້ຮັບຂອງກອງທຶນຟື້ນຟູຊີວິດການເປັນຢູ່ ໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 1 ປະຈຳປີ 2025 ຂອງເມືອງວຽງທອງ ແລະ ວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ພ້ອມພິທີມອບຮັບເງິນສົມທົບທຶນກອງທຶນງວດສຸດທ້າຍໃຫ້ແກ່ກຸ່ມກອງທຶນຂອງເມືອງວຽງທອງ ແຂວງບໍລິຄຳໄຊ.
ກິດຈະກຳດັ່ງກ່າວເປັນພັນທະຫຼັກພາຍໃຕ້ສັນຍາສຳປະທານລະຫວ່າງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ລັດຖະບານແຫ່ງ ສປປ ລາວ ໂດຍມີເປົ້າໝາຍເພື່ອສົ່ງເສີມຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ (PAPs) ໃນການຟື້ນຟູຊີວິດ ແລະ ການສ້າງລາຍຮັບໄລຍະຍາວຜ່ານແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການ (LRP).
ຄວາມຄືບໜ້າທາງການເງິນ ແລະ ການເຕີບໂຕຂອງຊຸມຊົນ
ນັບຕັ້ງແຕ່ການຈັດສັນຍົກຍ້າຍສຳເລັດ, ໃນປີ 2022 ກອງທຶນສົ່ງເສີມຊີວິດການເປັນຢູ່ ໄດ້ເຮັດໜ້າທີ່ເປັນກົນໄກສຳຄັນໃນການໃຫ້ເຊົ່າສິນເຊື່ອ ເພື່ອຂະຫຍາຍອາຊີບໃນການສ້າງລາຍຮັບຂອງປະຊາຊົນ. ມາຮອດປະຈຸບັນ, ກອງທຶນພັດທະນາບ້ານໃນເມືອງວຽງທອງ ໄດ້ຖືກສ້າງຕັ້ງແລ້ວ 5 ກອງທຶນ ສຳລັບ 7 ບ້ານ ມີຈຳນວນສະມາຊິກ 966 ຄົນ.
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ໃຫ້ການສະໜັບສະໜູນທີ່ຄອບຄຸມສຳລັບກອງທຶນດັ່ງກ່າວ ເຊິ່ງລວມມີ:
- ເງິນສົມທົບທຶນເຂົ້າໃສ່ກອງທຶນໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ
- ອຸປະກອນໃນການດຳເນີນວຽກງານ
- ການພັດທະນາຂໍ້ກຳນົດກົດລະບຽບຕ່າງໆ
- ການສ້າງຄວາມອາດສາມາດຜ່ານການໃຫ້ການຝຶກອົບຮົມ ແລະ ການຕິດຕາມການເຮັດວຽກຂອງຄະນະກອງທຶນຢ່າງເປັນປະຈຳ
ໃນປີ 2025 ເຊິ່ງເປັນປີສຸດທ້າຍທີ່ບໍລິສັດມີພັນທະຜູກພັນໃນການສົມທົບທຶນ ພວກເຮົາສາມາດສະຫຼຸບໂຕເລກການດຳເນີນງານທີ່ສຳຄັນດັ່ງນີ້:
- ເງິນສົມທົບທຶນຈາກບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ: 1,597,200,000 ກີບ
- ເງິນຝາກຂອງຊາວບ້ານ: 671,742,000 ກີບ
- ເງິນກອງທຶນທັງໝົດ: 2,268,942,000 ກີບ
ເງິນຈຳນວນນີ້ແມ່ນຖືກນຳໄປໃຊ້ເປັນສິນເຊື່ອໃຫ້ແກ່ຊາວບ້ານ ເພື່ອຂະຫຍາຍໂອກາດໃນການປະກອບອາຊີບ ໂດຍສະເພາະ 22 ກິດຈະກຳທີ່ໄດ້ຮັບການສະໜັບສະໜູນຈາກນໍ້າເທີນ 1 ເຊິ່ງລວມມີທັງ ການລ້ຽງສັດ, ການເຮັດຮົ້ວສວນ ແລະ ອາຊິບນອກພາກກະສິກຳ ເພື່ອສ້າງລາຍຮັບທີ່ເພີ່ມຂຶ້ນໃຫ້ກັບຄອບຄົວ.
ທົບທວນຄືນການດຳເນີນວຽກງານ ແລະ ການຄຸ້ມຄອງກອງທຶນ
ໃນກອງປະຊຸມລາຍງານຜົນໄດ້ຮັບການຈັດຕັ້ງປະຕິບັດກອງທຶນຟື້ນຟູຊີວິດການເປັນຢູ່ຂອງປີ 2025 ໃນວັນທີ 27 ກຸມພາ 2026 ທີ່ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງການປົກຄອງເມືອງວຽງທອງ ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ດວງໃຈ ພົມມີໄຊ, ປະທານຄະນະກຳມະການປົກຄອງເມືອງ ເມືອງວຽງທອງ, ພ້ອມດຽວກັນຍັງມີຜູ້ຕາງໜ້າຈາກຫ້ອງການສະຫະພັນແມ່ຍິງ, ອຳນາດການປົກຄອງເມືອງທ້ອງຖິ່ນທີ່ກ່ຽວຂ້ອງ, ຄະນະກອງທຶນບ້ານ ແລະ ທີມງານຈາກນໍ້າເທີນ 1 ເຂົ້າຮ່ວມ.
ທ່ານ ຄຳມ່ວນ ສີສັນເພັດ, ວິຊາການອາວຸໂສດ້ານການເງິນຈຸລະພາກ ຂອງບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ນຳສະເໜີການປະເມີນການຈັດຕັ້ງປະຕິບັດກິດຈະກຳໃນປີ 2025 ຢ່າງກົງໄປກົງມາ. ໃນຂະນະທີ່ກອງທຶນມີການຂະຫຍາຍໂຕຂຶ້ນ ແຕ່ກໍປັດຊະຈາກບໍ່ໄດ້ເຖິງສິ່ງທ້າທ້າຍທີ່ເກີດຂຶ້ນ ເຊິ່ງລວມມີ:
- ສະມາຊິກກອງທຶນບາງທ່ານຍັງຂາດການເອົາໃຈໃສ່ໃນການມາຝາກເງິນຢ່າງເປັນປະຈຳ ແລະ ການສົ່ງຕົ້ນທຶນ ແລະ ດອກເບ້ຍຕາມກຳນົດສັນຍາ.
- ສະມາຊິກຄະນະກອງທຶນບາງທ່ານຍັງບໍ່ເອົາໃຈໃສ່ໃນການຮັບຜິດຊອບບົດບາດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ.
- ຊາວບ້ານຫຼາຍຄອບຄົວຍັງບໍ່ມີຄວາມເຂົ້າໃນເຖິງຄວາມສຳຄັນໃນການທ້ອນເງິນກັບກອງທຶນຟື້ນຟູຊີວິດການເປັນຢູ່.
ໃນການກ້າວຕໍ່ໄປຂ້າງໜ້າ ຄວາມສຳເລັດຂອງກອງທຶນຟື້ນຟູຊີວິດການເປັນຢູ່ຈະຂຶ້ນກັບການເຮັດວຽກຮ່ວມກັນລະຫວ່າງອຳນາດການປົກຄອງເມືອງ, ຄະນະກຳມະການກອງທຶນບ້ານ ແລະ ສະມາຊິກກອງທຶນ. ເນື່ອງຈາກໄລຍະການສົມທົບທຶນແມ່ນສິ້ນສຸດລົງແລ້ວ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈຶ່ງຈະຫັນມາສຸມໃສ່ສະເພາະໃນວຽກການໃຫ້ຄຳປຶກສາ ແລະ ການຕິດຕາມການເຮັດວຽກ ໂດຍເນັ້ນໃສ່ 4 ວຽກຫຼັກຄື:
- ການປັບປຸງຂໍ້ກຳນົດກົດລະບຽບ: ການປັບປຸງກົດລະບຽບຂອງກອງທຶນ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານສອດຄ່ອງກັບທ້ອງຖິ່ນ ແລະ ມາດຕະຖານສາກົນ.
- ການພັດທະນາບຸກຄະລາກອນ: ໃຫ້ການຝຶກອົບຮົມທີ່ກ່ຽວຂ້ອງທັງການລົງບັນຊີ, ການບໍລິຫານສິນເຊື່ອ ແລະ ການຄຸ້ມຄອງໃຫ້ແກ່ຄະນະກອງທຶນບ້ານ.
- ການໃຫ້ຄວາມຮູ້ແກ່ຊຸມຊົນ: ການຈັດກອງປະຊຸມເຜີຍແຜ່ຄວາມສຳຄັນຂອງກອງທຶນ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບຄຸນປະໂຫຍດຂອງກອງທຶນໃຫ້ແກ່ຊຸມຊົນ.
- ສົ່ງເສີມຄວາມໂປ່ງໃສ: ເສີມສ້າງລະບົບການກວດສອບ ແລະ ຄວບຄຸມດູແລ ເພື່ອຮັບປະກັນວ່າກອງທຶນຈະສາມາດເປັນກົນໄກດ້ານເສດຖະກິດທີ່ຍືນຍົງຂອງຊຸມຊົນ.
ການຂ້າມຜ່ານໃນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ເປັນແກນຫຼັກຂອງນໍ້າເທີນ 1 ນັ້ນຄື ພວກເຮົາບໍ່ພຽງແຕ່ຜະລິດພະລັງງານສະອາດ ແຕ່ພວກເຮົາຍັງມຸ່ງໝັ້ນສ້າງຮາກຖານເສດຖະກິດ ເພື່ອຊຸມຊົນທີ່ເຮົາອາໄສຢູ່ໃຫ້ມີຄວາມຈະເລີນຮຸ່ງເຮືອງຕໍ່ໄປຫຼາຍຊົ່ວອາຍຸຄົນ.
