ກອງປະຊຸມທົບທວນກິດຈະກຳຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ກອງປະຊຸມທົບທວນກິດຈະກຳຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 Previous item ກອງທຶນພັດທະນາຊຸມຊົນ ຂອງ... Next item ບໍສິສັດ ໄຟຟ້າ ນໍ້າເທີນ 1...

ໃນວັນທີ 23 ຕູລາ 2025 ທີ່ຫ້ອງການພາກສະໜາມ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ບ້ານທ່າແພ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ມີການຈັດກອງປະຊຸມເພື່ອທົບທວນຄືນບັນດາ 22 ກິດຈະກຳ ພາຍໃຕ້ແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1.

ກອງປະຊຸມແມ່ນເຂົ້າຮ່ວມໂດຍ ທ່ານ ອຸທອນ ສິງຫາດວງປັນຍາ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ພ້ອມທັງເປັນຫົວໜ້າກອງເລຂາໜ່ວຍງານການຄຸ້ມຄອງຈັດສັນຍົກຍ້າຍ (RMU) ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1; ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນລັດຖະບານ ບໍລິສັດ ໄຟຟ້າ ນໍ້າເທີນ 1; ຄະນະປະສານງານຂັ້ນເມືອງເມືອງວຽງທອງ; ທີມງານຝ່າຍສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ຕ່າງໜ້າຈາກຫ້ອງການທີ່ກ່ຽວຂ້ອງ ແລະ ຄະນະອຳນາດການປົກຄອງບ້ານ ບ້ານຫ້ວຍຫອຍ.

ຈຸດປະສົງຫຼັກຂອງການປະຊຸມໃນຄັ້ງນີ້ແມ່ນ ເພື່ອທົບທວນຄືນຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດກິດຈະກຳຟື້ນຟູຊີວິດການເປັນຢູ່ທີ່ສະໜັບສະໜູນໂດຍບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ເພື່ອປຶກສາຫາລືເຖິງແນວທາງການປັບປຸງໃນອານາຄົດ.

ໃນລະຫວ່າງການປະຊຸມ, ທ່ານ ເຢີ ວ່າງເຍ່ຍວາ ຮອງຜູ້ຈັດການຝ່າຍສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ນຳສະເໜີຜົນການຈັດຕັ້ງປະຕິບັດແຜນງານປັບປຸງຊີວິດການເປັນຢູ່ໃນໄລຍະຜ່ານມາ ໂດຍສະເພາະໄດ້ຍົກເອົາຕົວເລກຜົນໄດ້ຮັບໃນປີ 2024 ແລະ 6 ເດືອນຕົ້ນປີ 2025 ຂຶ້ນມາ ເພື່ອສົມທຽບໃສຕົວຊີ້ວັດ ຕ່າງໆ ເຫັນວ່າມີຫຼາຍກິດຈະກໍາ ກຳລັງດຳເນີນໄປໄດ້ດີ, ມີລາຍຮັບຢ່າງຕໍ່ເນື່ອງ ແຕ່ໃນນີ້ ກໍ່ຍັງມີບາງກິດຈະກໍາທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໄດ້ດີ ແລະ ເຫັນວ່າ ຈຳນວນຜູ້ເຂົ້າຮ່ວມໃນບາງກິດຈະກຳ ມີການປ່ຽນແປງ, ບໍ່ເຄື່ອນໄຫວ ແລະ ລາອອກ.

ຫຼັງຈາກນັ້ນ, ທ່ານ ນິກອນ ສູນດາລາ ພະນັກງານອາວຸໂສດ້ານການການສ້າງລາຍຮັບ ໄດ້ນຳສະເໜີລາຍຊື່ 70 ຄອບຄົວທີ່ຖືກລະບຸວ່າເປັນຄອບຄົວທີ່ມີລາຍໄດ້ຕໍ່າ ໂດຍອີງຕາມການເກັບກຳຂໍ້ມູນລານຮັບ ໂດຍບໍລິສັດທີ່ປຶກສາອິດສະລະ ໃນເດືອນກໍລະກົດ ປີ 2024 ທີ່ຜ່ານມາ.

ຫຼັງຈາກການນຳສະເໜີທັງ 2 ຫົວຂໍ້, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືແລະ ໄດ້ຂໍ້ສະຫູູບຄື:

  • ສະມາຊິກທີ່ມີການປ່ຽນແປງກິດຈະກຳ ເຊັ່ນ: ບໍ່ເຄື່ອນໄຫວ, ລາອອກ, ຂາຍກິດຈະກຳ, ຢຸດເຊົາ, ຫຼື ໂອນກໍາມະສິດໃຫ້ຄົນອື່ນ ແມ່ນເຫັນດີໃຫ້ຢຸດການຕິດຕາມຊຸກຍູ້ (ຕັດລາຍຊື່ອອກຈາກກຸ່ມ) ແຕ່ໃຫ້ສືບຕໍ່ຕິດຕາມຊຸກຍູ້ຢ່າງໃກ້ສິດ ກັບບັນດາສະມາຊິກທີ່ຍັງດຳເນີນກິດຈະກຳຢູ່ໃນປະຈຸບັນນີ້ ເພື່ອສູມໃສ່ກິດຈະກຳທີ່ໄດ້ຮັບຜົນດີ ເນື່ອງຈາກບັນດາຄອບຄົວທີ່ ປ່ຽນແປງນັ້ນ ທາງເມືອງ, ການຈັດຕັ້ງບ້ານ ແລະ ຜູ້ພັດທະນາໂຄງການ ໄດ້ໄປລະດົມ ແລະ ວາງແຜນຫາທາງອອກໃຫ້ ຫຼາຍຄັ້ງແລ້ວ ເຊີ່ງໄດ້ມີບົດບັນທຶກລະອຽດແລ້ວ
  • ເຫັນດີໃນການຍຸດບາງກິດຈະກຳທີ່ບໍ່ໄດ້ຮັບໝາກຮັບຜົນເທົ່າທີ່ຄວນ ເຊັ່ນ: ກິດຈະກຳແປຮູບອາຫານ ແລະ ກູ່ມຄ້າຂາຍຍ່ອຍ. ເຖິງແນວໃດກໍຕາມ, ທາງຄະນະກໍໄດ້ລະບຸເພີ່ມຕື່ມວ່າ ຫາກກິດຈະກຳດັ່ງກ່າວມີຄວາມແທດເໝາະ ຫຼື ມີຄວາມຈຳເປັນໃນອານາຄົດ, ກິດຈະກຳດັ່ງກ່າວກໍອາດຈະຖືກພິຈາລະນາເພື່ອໃຫ້ການສົ່ງເສີມຄືນໃໝ່.
  • ປະເດັນທີ່ສຳຄັນຖັດມາທີ່ໄດ້ປຶກສາຫາລືກັນແມ່ນ ກ່ຽວກັບລາຍຊື່ 70 ຄອບຄົວທີ່ນອນຢູ່ໃນຄອບຄົວທີ່ມີລາຍໄດ້ຕໍ່າ. ທາງທີມງານສັງເກດໄດ້ວ່າລາຍຮັບທີ່ໄດ້ຖືກລາຍງານຂອງບາງຄົວເຮືອນແມ່ນບໍ່ສອດຄ່ອງກັບເງື່ອນໄຂການດຳລົງຊີວິດຕົວຈິງຂອງພວກເຂົາ. ສະນັ້ນ, ທີ່ປະຊຸມຈຶ່ງເຫັນດີໃນການເກັບກຳຂໍ້ມູນລາຍຮັບຂອງຄອບຄົວທີ່ຂໍ້ມູນອາດຈະຂັດກັບຄວາມເປັນຈິງຄືນໃໝ່ເພື່ອຮັບປະກັນຂໍ້ມູນທີ່ຖືກຕ້ອງ. ສຳລັບຄອບຄົວທີ່ມີລາຍໄດ້ຕໍ່າແທ້, ຈະໄດ້ມີການປະເມີນອີກຄັ້ງໃນຕໍ່ໜ້າ ເພື່ອຫາຕົ້ນເຫດຂອງບັນຫາ ແລະ ຊອກຫາທາງອອກທີ່ແທດເໝາະ ເພື່ອຊ່ວຍປັບປຸງຊີວິດການເປັນຢູ່ຂອງພວກເຂົາ.
  • ນອກຈາກນີ້, ກິດຈະກຳທີ່ມີຄວາມທ້າທາຍອີກອັນໜຶ່ງ ແມ່ນກິດຈະກຳການລ້ຽງສັດໃນຄັງ ທີ່ທາງໂຄງການໄດ້ຈັດສັນພື້ນທີ່ ແລະ ພັດທະນາພື້ນທີ່ລະອຽດໄວ້ໃຫ້. ຫຼາຍຄອບຄົວຍັງບໍ່ທັນໄດ້ຍ້າຍສັດລ້ຽງຂອງຕົນເຂົ້າໄວ້ໃນພື້ນທີ່ທີ່ຈັດສັນໄວ້ ແລະ ບາງຄອບຄົວກໍໄດ້ນຳສັດໄປລ້ຽງໄວ້ໃນພື້ນທີ່ບ້ານເກົ່າເຊິ່ງເປັນພື້ນທີ່ຂອງປ່າສະຫງວນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງທີ່ປະຊຸມໄດ້ເຫັນດີໃຫ້ທາງ RMU ຮ່ວມກັບໜ່ວຍງານຄຸ້ມຄອງປ່າສະຫງວນ ເພື່ອປຸກລະດົມຊາວບ້ານໃຫ້ເຄື່ອນຍ້າຍສັດຂອງຕົນໄປຢູ່ໃນພື້ນທີ່ທີ່ຈັດສັນໄວ້. ສຳລັບໃນກໍລະນີທີ່ຊາວບ້ານມີການຝ່າຟືນກົດໝາຍ ໂດຍການນຳສັດລ້ຽງໄປໄວ້ໃນພື້ນທີ່ຫວງຫ້າມ, ໜ່ວຍງານຄຸ້ມຄອງປ່າສະຫງວນ ອາດໃຊ້ສິດທິຕາມອຳນາດໜ້າທີ່ໃນການດຳເນີນການທີ່ຈຳເປັນ.
  • ສຳລັບຄອບຄົວທີ່ໄດ້ຍ້າຍສັດເຂົ້າຄັງເປັນທີ່ຮຽບຮ້ອຍແລ້ວ, ອຳນາດການປົກຄອງບ້ານຕ້ອງໄດ້ມີການປູກລະດົມຄວາມເປັນເຈົ້າການໃຫ້ແກ່ຊາວບ້ານຕື່ມ ໂດຍສະເພາະໃນການບົວລະບັດຮັກສາພື້ນທີ່ຄັງສັດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃຫ້ຢູ່ໃນສະພາບດີ ເພື່ອຮັບປະກັນການນຳໃຊ້ໄດ້ຢ່າງຍາວນານ.

ໃນຕອນທ້າຍຂອງການປະຊຸມ, ທ່ານ ບຸນຍັງ ເພັງສຸວັນ ໄດ້ໃຫ້ທິດຊີ້ນຳແກ່ທີມງານຜູ້ທີ່ເຮັດວຽກຢ່າງໃກ້ຊິດກັບປະຊາຊົນ. ທ່ານໄດ້ເນັ້ນຍໍ້າເຖິງຄວາມຈຳເປັນຂອງນະວັດຕະກຳ ແລະ ຄວາມຄິດສ້າງສັ້ນໃນການຂະຫຍາຍກິດຈະກຳທີ່ມີຢູ່ ເພື່ອສ້າງລາຍໄດ້ທີ່ເພີ່ມຂຶ້ນໃຫ້ແກ່ຄອບຄົວ. ທ່ານໄດ້ເນັ້ນຍໍ້າຕື່ມວ່າ ເພື່ອໃຫ້ບັນລຸເປົ້າໝາຍລາຍຮັບ 200% ພາຍໃນໄລຍະ 10 ປີ ຂອງແຜນຟື້ນຟູຊີວິດການເປັນຢູ່ ວິທີການໃໝ່ໆ ແລະ ມີປະສິດທິພາບແມ່ນມີຄວາມຈຳເປັນທີ່ສຸດ.