ຂ່າວ

ກິດຈະກຳຄຸ້ມຄອງວັງຫງວນ ພາຍໃຕ້ໂຄງການ ຄຸ້ມຄອງອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ກິດຈະກຳຄຸ້ມຄອງວັງຫງວນ ພາຍໃຕ້ໂຄງການ ຄຸ້ມຄອງອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ພາຍໃຕ້ໂຄງການຄຸ້ມຄອງອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜອງງົບປະມານໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການ. ໂດຍທາງພາກລັດແມ່ນມີບົດບາດນຳໃນການອອກແບບໂຄງການ, ການຂຶ້ນແຜນງົບປະມານ ແລະ ການກຳນົດບັນດາກິດຈະກຳຍ່ອຍ ຕະຫຼອດຈົນເຖິງການເຮັດໜ້າທີ່ເປັນໜ່ວຍງານຫຼັກໃນການຈັດຕັ້ງປະຕິບັດອີກດ້ວຍ. ສຳລັບນໍ້າເທີນ 1 ເອງ ແມ່ນໄດ້ເຮັດວຽກຢ່າງໃກ້ສິດຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງໃນການຕິດຕາມຄວາມຄືບໜ້າ ແລະ ກວດສອບໃຫ້ແນ່ໃຈວ່າກິດຈະກຳຕ່າງໆໄດ້ດຳເນີນໄປຢ່າງມີປະສິດທິພາບ ແລະ ສອດຄ່ອງກັບແຜນທີ່ໄດ້ຮັບການຮັບຮອງຈາກກົມປ່າໄມ້ ເທົ່ານັ້ນ. ໜຶ່ງໃນກິດຈະກຳທີ່ນອນຢູ່ໃນອົງປະກອບດ້ານການຄຸ້ມຄອງອ່າງຮັບນໍ້າ ແລະ ຊີວະນາໆພັນ ແມ່ນກິດຈະກຳການກຳນົດວັງສະຫງວນ.

Read more
ຜົນການກວດສຸຂະພາບປະຊາຊົນບ້ານຫ້ວຍຫອຍ ປະຈຳປີ 2025

ຜົນການກວດສຸຂະພາບປະຊາຊົນບ້ານຫ້ວຍຫອຍ ປະຈຳປີ 2025

ສະພາບລວມການກວດສຸຂະພາບປະຈຳປີ 2025 ຂອງປະຊາຊົນບ້ານຫ້ວຍຫອຍ ໃນກາງເດືອນພະຈິກ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ຈັດການກວດສຸຂະພາບປະຈຳປີຂຶ້ນໃຫ້ແກ່ປະຊາຊົນບ້ານຈັດສັນຍົກຍ້າຍ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍໃນວຽກດັ່ງກ່າວແມ່ນມີພະນັກງານແພດໝໍຈາກທັງໂຮງໝໍນ້ອຍຫ້ວຍຫອຍ ແລະ ໂຮງໝໍເມືອງວຽງທອງ ເປັນຜູ້ດຳເນີນການກວດສຸຂະພາບໃຫ້ແກ່ປະຊາຊົນ. ໃນການກວດສຸຂະພາບ ພະນັກງານແພດໝໍ ຮ່ວມກັບພະນັກງານອາວຸໂສຮັບຜິດຊອບວຽກງານສຸຂະພາບ ແລະ ການສຶກສາ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ຈັດຕັ້ງຈຸດເກັບກຳປະຫວັດສຸຂະພາບຂອງປະຊາຊົນ ເຊິ່ງລວມມີ

Read more
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນອົງການຈັດຕັ້ງທ້ອງຖິ່ນ ແລະ ກິດຈະກຳຂອງຊຸມຊົນໃນເດືອນທັນວາ ປີ 2025

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນອົງການຈັດຕັ້ງທ້ອງຖິ່ນ ແລະ ກິດຈະກຳຂອງຊຸມຊົນໃນເດືອນທັນວາ ປີ 2025

ໃນເດືອນທັນວາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ດຳເນີນການຕາມຄວາມມຸ່ງໝັັ້ນຂອງພວກເຮົາໃນການສະໜັບສະໜູນການພັດທະນາຊຸມຊົນ ໂດຍການສະໜັບສະໜູນດ້ານການເງິນ ແລະ ສິ່ງຂອງຕ່າງໆໃກ້ແກ່ອົງການຈັດຕັ້ງ ແລະ ສະຖານບັນທ້ອງຖິ່ນໃນແຂວງບໍລິຄຳໄຊ ແລະ ໃນລະດັບສູນກາງ. ການປະກອບສ່ວນໃນຄັ້ງນີ້ແມ່ນມີເປົ້າໝາຍເພື່ອເສີມສ້າງການບໍລິການຂອງລັດ, ສະໜັບສະໜູນການສຶກສາ, ຮັກສາວັດທະນະທຳ ແລະ ກິດຈະກຳຂອງຊຸມຊົນ. ເລີ່ມຈາກວັນທີ 1 ທັນວາ 2025, ນໍ້າເທີນ 1 ໄດ້ສະໜັບສະໜູນງົບປະມານ 7,750,000 ກີບ

Read more
ນໍ້າເທີນ 1 ທົບທວນຄືນຄວາມຄືບໜ້າ 1 ປີ ໂຄງການການຄຸ້ມຄອງອ່າງຮັບນໍ້າ ແຂວງບໍລິຄຳໄຊ

ນໍ້າເທີນ 1 ທົບທວນຄືນຄວາມຄືບໜ້າ 1 ປີ ໂຄງການການຄຸ້ມຄອງອ່າງຮັບນໍ້າ ແຂວງບໍລິຄຳໄຊ

ເພື່ອປະຕິບັດຕາມສັນຍາສຳປະທານ ລະຫວ່າງ ບໍລິສັດໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ລັດຖະບານແຫ່ງ ສປປ ລາວ, ນໍ້າເທີນ 1 ໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງອ່າງຮັບນໍ້າ ເພື່ອປົກປັກຮັກສາ, ບຳລຸງຮັກສາ ແລະ ເສີມຂະຫຍາຍປ່າໄມ້, ນ້ຳ, ສັດນ້ຳ-ສັດປ່າ ແລະ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ພື້ນທີ່ອ່າງຮັບນ້ຳໄດ້ກວມເອົາເນື້ອທີ່ປະມານ 236,271 ເຮັກຕາ ເຊິ່ງປະກອບດ້ວຍ 2 ພື້ນທີ່: ພື້ນທີ່ຕອນເທິງ ເປັນພື້ນທີ່ທີ່ຢູ່ນອກເຂດປ່າສະຫງວນ ແລະ

Read more
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ມອບທຶນພັດທະນາຊຸມຊົນ ນໍ້າເທີນ 1 (CDF) ປະຈຳປີ 2025 ມູນຄ່າ 1,000,000 ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ມອບທຶນພັດທະນາຊຸມຊົນ ນໍ້າເທີນ 1 (CDF) ປະຈຳປີ 2025 ມູນຄ່າ 1,000,000 ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ

ໃນທ້າຍເດືອນທັນວາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍທີມງານນໍ້າເທີນ 1 ໄດ້ເຂົ້າມອບທຶນພັດທະນາຊຸມຊົນ ນໍ້າເທີນ 1 (CDF) ປະຈຳປີ 2025 ມູນຄ່າ 1,000,000 ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ. ທຶນດັ່ງກ່າວ ແມ່ນຕ່າງໜ້າຮັບໂດຍ ທ່ານ

Read more
ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຂົ້າຮ່ວມການກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ

ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຂົ້າຮ່ວມການກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ

ໃນລະຫວ່າງວັນທີ 28-30 ຕຸລາ 2025, ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເຂົ້າຮ່ວມກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ ເຊິ່ງປະກອບມີ ຮ້ານຄ້າທຸລະກິດຊຸມຊົນ ທີ່ເມືອງປາກກະດິງ, ກໍ່ສ້າງກັນເຈື່ອນຢູ່ບ້ານຈັດສັນຫ້ວຍຫອຍ ແລະ ບ້ານຫຍັບຍ້າຍເມືອງມ່ວນ ແລະ ການກໍ່ສ້າງຮົ້ວຄັງສັດ ບ້ານຫ້ວຍຫອຍ. ໂຄງການກໍ່ສ້າງດັ່ງກ່າວນີ້ ແມ່ນຈັດຕັ້ງປະຕິບັດໂດຍ ກຸ່ມບໍລິສັດ ພອນສັກ ຈຳກັດ (PSG) ພາຍໃຕ້ແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ

Read more
ກອງປະຊຸມທົບທວນກິດຈະກຳຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ກອງປະຊຸມທົບທວນກິດຈະກຳຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ໃນວັນທີ 23 ຕູລາ 2025 ທີ່ຫ້ອງການພາກສະໜາມ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ບ້ານທ່າແພ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ມີການຈັດກອງປະຊຸມເພື່ອທົບທວນຄືນບັນດາ 22 ກິດຈະກຳ ພາຍໃຕ້ແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1. ກອງປະຊຸມແມ່ນເຂົ້າຮ່ວມໂດຍ ທ່ານ ອຸທອນ ສິງຫາດວງປັນຍາ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ພ້ອມທັງເປັນຫົວໜ້າກອງເລຂາໜ່ວຍງານການຄຸ້ມຄອງຈັດສັນຍົກຍ້າຍ (RMU) ຂອງໂຄງການເຂື່ອນໄຟຟ້າ

Read more
ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃຫ້ການສະໜັບສະໜູນການຍົກລະດັບວິຊາການຂອງຄູໃນບ້ານຫ້ວຍຫອຍ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃຫ້ການສະໜັບສະໜູນການຍົກລະດັບວິຊາການຂອງຄູໃນບ້ານຫ້ວຍຫອຍ

ເພື່ອຮັບປະກັນການສຶກສາໃຫ້ມີຄຸນນະພາບສຳລັບລູກຫຼາຍປະຊາຊົນກຸ່ມເປົ້າໝາຍ ໂດຍສະເພາະນັກຮຽນຕັ້ງແຕ່ລະດັບຊັ້ນອານຸບານ, ປະຖົມ ແລະ ມັດທະຍົມພາຍໃນບ້ານຫ້ວຍຫອຍ, ເຊິ່ງຄູອາຈານມີບົດບາດສຳຄັນຫຼາຍໃນການສິດສອນ, ຊຸກຍູ້ ແລະ ຂັບເຄື່ອນການຮຽນຮູ້ຂອງເດັກໃຫ້ມີຄຸນນະພາບ. ເພື່ອປະກອບສ່ວນເຂົ້າໃນການພັດທະນາຄຸນນະພາບການສິດສອນຂອງຄູອາຈານ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຶ່ງໄດ້ສະໜັບສະໜູນທຶນມູນຄ່າ 14,240,000 ກີບ ໃຫ້ແກ່ຄູອາຈານຈຳນວນ 10 ທ່ານ (ຄູອານຸບານ 3 ທ່ານ, ປະຖົມ 2 ທ່ານ ແລະ ມັດທະຍົມ 5 ທ່ານ)

Read more
ການແລກປ່ຽນປະສົບການ, ຄວາມຮູ້ໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ລະຫວ່າງທ້ອງຖິ່ນ ເພື່ອຊ່ວຍສົ່ງເສີມການພັດທະນາຊຸມຊົນ

ການແລກປ່ຽນປະສົບການ, ຄວາມຮູ້ໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ລະຫວ່າງທ້ອງຖິ່ນ ເພື່ອຊ່ວຍສົ່ງເສີມການພັດທະນາຊຸມຊົນ

ບໍ່ດົນມານີ້, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການຈັດກິດຈະກໍາການແລກປ່ຽນຄວາມຮູ້ແບບ ບ້ານເຖິງບ້ານ ທີ່ບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງ ບໍລິຄຳໄຊ. ກິດຈະກຳດັ່ງກ່າວ ແມ່ນເຕົ້າໂຮມເອົາຜູ້ຕາງໜ້າຈາກເມືອງປາກກະດິງ ລວມມີຄະນະປະຈຳພັກເມືອງ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການການຄ້າເມືອງ, ຄະນະກອງທຶນຂັ້ນບ້ານ ແລະ ນາຍບ້ານຈາກ 7 ບ້ານລຸ່ມເຂື່ອນ ເພື່ອເຂົ້າຮ່ວມແບ່ງປັນຄວາມຮູ້ ແລະ ປະສົບການໃນການບໍລິຫານກອງທຶນຂັ້ນບ້ານ ແລະ ກິດຈະກຳສົ່ງເສີມຊີວິດການເປັນຢູ່ຕ່າງໆ ກັບທາງບ້ານຫ້ວຍຫອຍ,

Read more
ບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ

ບໍລິສັດ ໄຟຟ້າ ນໍ້າເທີນ 1 ມອບເງິນກອງທຶນງວດ 3 ໃຫ້ແກ່ກອງທຶນບ້ານ ໃນວັນທີ 14 ພະຈິກ 2024, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ສືບຕໍ່ຄວາມມຸ່ງໝັ້ນຂອງພວກເຮົາໃນການປັບປຸງຊີວິດການເປັນຢູ່ຂອງ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ (PAP) ທີ່ ເມືອງວຽງທອງ, ແຂວງບໍລິຄຳໄຊ ໂດຍການມອບເງິນກອງທຶນ ງວດທີ 3 ປີ 2024. ໃນກອງປະຊຸມການມອບ-ຮັບເງິນກອງທຶນ, ທ່ານ

Read more
ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ລົງຕິດຕາມ  ການດໍາເນີນງານ ຂອງ  ເຂື່ອນໄຟຟ້າ ນໍ້າເທີນ 1

ກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ລົງຕິດຕາມ ການດໍາເນີນງານ ຂອງ ເຂື່ອນໄຟຟ້າ ນໍ້າເທີນ 1

ທີ່ຫ້ອງການພາກສະໜາມ ເມືອງປາກກະດິງ, ແຂວງບໍລິຄຳໄຊ, ປະເທດລາວ (28 ຕູລາ 2024) – ການຢ້ຽມຢາມໃນຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອຕິດຕາມການດຳເນີນງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 (NT1PC) ແລະ ເພື່ອຮັບປະກັນການດຳເນີນງານໃຫ້ສອດຄ່ອງຕາມເງື່ອນໄຂໃນສັນຍາສຳປະທານ. ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ທີມງານຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ, ໄດ້ຕ້ອນຮັບບັນດາຄະນະພະແນກ

Read more
ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຢັ້ງຢືນມາດຕະຖານສາກົນດ້ານລະບົບຄຸ້ມຄອງຄຸນນະພາບ ISO 9001:2015 ແລະ ISO 14001:2015 ດ້ານລະບົບຄຸ້ມຄອງສິ່ງແວດລ້ອມ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຢັ້ງຢືນມາດຕະຖານສາກົນດ້ານລະບົບຄຸ້ມຄອງຄຸນນະພາບ ISO 9001:2015 ແລະ ISO 14001:2015 ດ້ານລະບົບຄຸ້ມຄອງສິ່ງແວດລ້ອມ

ອົງການມາດຕະຖານສາກົນ (ISO) ເປັນອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ມີຊື່ສຽງ ເຊິ່ງສ້າງຕັ້ງມາດຕະຖານເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິພາບຂອງຜະລິດຕະພັນ, ບໍລິການ, ແລະ ລະບົບໃນການປະຕິບັດວຽກງານ. ທຸລະກິດຕ່າງໆ ສາມາດໄດ້ຮັບໃບຢັ້ງຢືນ ISO ເພື່ອຢັ້ງຢືນການປະຕິບັດຕາມມາດຕະຖານຂະບວນການທີ່ມີຄຸນນະພາບ ເຊິ່ງກໍານົດໂດຍອົງການມາດຕະຖານສາກົນ (ISO). ການບັນລຸການຢັ້ງຢືນ ISO ສະແດງໃຫ້ເຫັນຄວາມມຸ່ງຫມັ້ນ ແລະ ເຈດຈຳນົງຂອງບໍລິສັດ ທີ່ຈະບັນລຸມາດຕະຖານທີ່ເຂັ້ມງວດ. ດັ່ງນັ້ນ, ຈຶ່ງເຮັດທຸລະກິດດັ່ງກ່າວມີຄວາມໜ້າເຊື່ອຖື ແລະ ເພີ່ມຄວາມໝັ້ນໃຈໃຫ້ແກ່ລູກຄ້າ ແລະ ຄູ່ຮ່ວມທຸລະກິດຍຸດທະສາດ. ອີງຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນ ເອກະສານຊ້ອນທ້າຍ

Read more
ພິທີ ປະກາດແຕ່ງຕັ້ງຕຳແໜ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ

ພິທີ ປະກາດແຕ່ງຕັ້ງຕຳແໜ່ງ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ

ຂໍສະແດງຄວາມຍິນດີມາຍັງ ທ່ານ ສຸລະໄຊ ມີແມ້ (ດ້ານໜ້າ-ຊ້າຍມື) ທີ່ໄດ້ຮັບແຕ່ງຕັ້ງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ. ໃນວັນທີ 29 ເມສາ 2024, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ໄດ້​ຈັດ​ພິທີ​ຕ້ອນຮັບ​​ຜູ້​ອໍານວຍ​ການໃຫຍ່ (MD) ຄົນ​ໃໝ່​ຂອງ ​ບໍລິສັດ ໄຟຟ້າ ນ້ຳ​ເທີນ 1 ຈຳກັດ

Read more
ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮັບການຍ້ອງຍໍ ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022

ຕະຫຼອດໄລຍະທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ປະຕິບັດພັນທະຫຼາຍດ້ານດ້ວຍຄວາມຮັບຜິດຊອບ ເພື່ອຮັບປະກັນຜົນກະທົບທາງບວກຕໍ່ກັບສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງປະເທດ. ໃນນັ້ນ, ພວກເຮົາສາມາດປະຕິບັດພັນທະສ່ວຍສາອາກອນເພື່ອສ້າງລາຍຮັບເຂົ້າໃນງົບປະມານແຫ່ງລັດ ແລະ ຍັງສາມາດດຶງດູດເງິນຕາຕ່າງປະເທດເຂົ້າມາພາຍໃນປະເທດ. ດັ່ງນັ້ນ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ຈຶ່ງໄດ້ຮັບໃບຍ້ອງຍໍທີ່ມີຜົນງານດີເດັ່ນປະເພດ II ໃນການປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ປະຈຳປີ 2022 ຕາມຂໍ້ຕົກລົງ ເລກທີ 4037/ກງ, ລົງວັນທີ

Read more
ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

  ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ

Read more

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023

  ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1  ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ

Read more
ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.

Read more
ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ

ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ

“ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເອງ ເພື່ອ​ໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ.” ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ປະຈຳຢູ່ ເມືອງວຽງທອງ, ແຂວງບໍລິຄຳໄຊ,    ໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເພື່ອເປັນຜູ້ອຳນວຍຄວາມສະດວກໃນການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ໃນວັນທີ 9-11 ຕຸລາ

Read more
ມອບທຶນສະໜັບສະໜູນຈັດງານປະກາດຮັບຮອງ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນບ້ານວັດທະນະທໍາ

ມອບທຶນສະໜັບສະໜູນຈັດງານປະກາດຮັບຮອງ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ເປັນບ້ານວັດທະນະທໍາ

—————————- ເບິ່ງວິດີໂອຂ່າວເພີ່ມເຕີມໄດ້ທີ່: https://www.facebook.com/100090726062275/videos/1550046242196638/ —————————- – ທ່ານຍັງສາມາດອ່ານຂ່າວສານນ້ຳເທີນ 1 ປະເດືອນ ສິງຫາ 2023 ສະບັບເຕັມໄດ້ທີ່: https://bit.ly/3ZWBnrP (ພາສາລາວ)

Read more
ຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023

ຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023

ພວກເຮົາ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ (NT1PC), ມີຄວາມຍິນດີທີ່ຈະແບ່ງປັນຂ່າວສານນ້ຳເທີນ 1 ສະບັບທີ 8 ປະຈຳເດືອນ ສິງຫາ ປີ 2023, ໂດຍມີຈຸດປະສົງເພື່ອນຳສະເໜີບັນດາກິດຈະກຳທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ (NT1PC), ພະນັກງານ, ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງກັບບໍລິສັດ ເຊັ່ນ: ວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກວມເອົາວຽກງານຍົກຍ້າຍ-ຈັດສັນ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງບ້ານ, ວຽກງານພົວພັນກັບລັດຖະບານ ແລະ

Read more
ມອບທຶນການສຶກສາໃຫ້ນັກຮຽນຈາກພື້ນທີ່ໂຄງການ ໄປຮຽນ ທີ່ ສປ ຈີນ

ມອບທຶນການສຶກສາໃຫ້ນັກຮຽນຈາກພື້ນທີ່ໂຄງການ ໄປຮຽນ ທີ່ ສປ ຈີນ

                                                   “…ນ້ອງຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະໄດ້ໄປສຶກສາຮໍ່າຮຽນຢູ່ປະເທດຈີນ ຊຶ່ງມັນເປັນຄັ້ງທຳອິດທີ່ນ້ອງຈະໄດ້ເດີນທາງອອກຈາກບ້ານ ແລະ ຢູ່ຫ່າງໄກຈາກຄອບຄົວ…” ຄໍາເວົ້າສ່ວນໜຶ່ງຈາກບົດສໍາພາດ

Read more
ປະກອບສ່ວນສົມທົບທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງບໍລິຄຳໄຊ

ປະກອບສ່ວນສົມທົບທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງບໍລິຄຳໄຊ

ໃນໄລຍະທີ່ຜ່ານມາ, ສະພາບອາກາດມີການປ່ຽນແປງຢ່າງຮຸນແຮງເຮັດໃຫ້ເກີດມີພາຍຸ ແລະ ຝົນຕົກໜັກຕໍ່ເນື່ອງໃນຫຼາຍຂົງເຂດທົ່ວປະເທດລາວ. ແຂວງບໍລິຄຳໄຊ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກພາຍຸ (Talim) ສົ່ງຜົນໃຫ້ມີຝົນທີ່ຕົກໜັກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທ້າຍເດືອນ ກໍລະກົດ ເຖິງ ຕົ້ນເດືອນສິງຫາ 2023, ເຊິ່ງເຮັດເກີດຄວາມເສຍຫາຍໃນຫຼາຍດ້ານ ເຊັ່ນ: ດິນເຈື່ອນ, ເສັ້ນທາງເປ່ເພ, ນ້ຳຖ້ວມກະທັນຫັນ ແລະ ປະຊາຊົນຫຼາຍຫຼັງຄາເຮືອນໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ທາງທຳມະຊາດຄັ້ງນີ້. ດັ່ງນັ້ນ, ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ຈຶ່ງໄດ້ປະກອບສ່ວນສົມທົບທຶນ ຈຳນວນ 100,000,000 ກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ

Read more
ມອບອຸປະກອນຮັບໃຊ້ເຜີຍແຜ່ຂໍ້ມູນຂ່າວສານ (ລະບົບໂທລະໂຄ່ງບ້ານ) ໃຫ້ກັບ 8 ບ້ານລຸ່ມເຂື່ອນ

ມອບອຸປະກອນຮັບໃຊ້ເຜີຍແຜ່ຂໍ້ມູນຂ່າວສານ (ລະບົບໂທລະໂຄ່ງບ້ານ) ໃຫ້ກັບ 8 ບ້ານລຸ່ມເຂື່ອນ

ໃນຕອນເຊົ້າວັນທີ 15 ສິງຫາ 2023 ນີ້, ຢູ່ທີ່ ຫ້ອງການບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີ ມອບ-ຮັບ ອຸປະກອນປັບປຸງລະບົບໂທລະໂຄ່ງໃຫ້ 8 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1 ເພື່ອໃຫ້ມີຄວາມສະດວກໃນການສື່ສານ ປະກາດແຈ້ງການໃນກໍລະນີສຸກເສີນ ແລະ ວຽກບ້ານການເມືອງຕ່າງໆໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ມີ: ບ້ານໂພນຈະ ເລີນ, ບ້ານໂພນໄຊ, ບ້ານຫາດຊາຍຄຳ, ບ້ານປາກຊຸນ, ບ້ານດອນໄຊ, ບ້ານປາກປາງ, ບ້ານປາກກະດິງເໜືອ ແລະ ບ້ານປາກກະດິງໃຕ້.

Read more
ບໍລິສັດ ໄຟຟ້ານ້ຳເທີນ 1 ໄດ້ຮັບໃບກຽດຕິຄຸນ ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2023

ບໍລິສັດ ໄຟຟ້ານ້ຳເທີນ 1 ໄດ້ຮັບໃບກຽດຕິຄຸນ ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2023

ໃນຕອນເຊົ້າວັນທີ 11 ສິງຫາ 2023, ຢູ່ທີ່ ຫ້ອງປະຊຸມກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທີມອບ-ຮັບ ໃບກຽດຕິຄຸນໃຫ້ແກ່ ຜູ້ທີ່ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ, ເຊິ່ງຈັດໂດຍ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເນື່ອງໃນວັນສຳຄັນດັ່ງກ່າວ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນສະໜັບສະໜູນໃຫ້ແກ່ ກົມສິ່ງແວດລ້ອມ – ກຊສ ເພື່ອເປັນການປະກອບສ່ວນໃນການກະກຽມບັນດາກິດຈະກຳຕ່າງໆ.

Read more
ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ສົມທົບທຶນ ເຂົ້າໃນພິທີປ່ອຍປາ ວັນສິ່ງແວດລ້ອມໂລກ ທີ່ ເມືອງວຽງທອ, ແຂວງບໍລິຄຳໄຊ

ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ສົມທົບທຶນ ເຂົ້າໃນພິທີປ່ອຍປາ ວັນສິ່ງແວດລ້ອມໂລກ ທີ່ ເມືອງວຽງທອ, ແຂວງບໍລິຄຳໄຊ

“ເວລາໃດກໍ່ຕາມ, ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ເພື່ອເປັນມູນມໍລະດົກສືບທອດເຖິງລູກ-ຫຼານ, ເຮັດໃຫ້ສັດນ້ຳມີຄວາມດຸ່ນດ່ຽງທາງດ້ານທາດຊີ້ນ ຄຽງຄູ່ກັບພວກເຮົາຕະຫຼອດໄປໃຫ້ສົມກັບຄຳວ່າ ໃນນໍ້າມີປາ ໃນນາມີເຂົ້າ ໃນປະເທດເຮົາໃຫ້ຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທໍາມະຊາດ” ກ່າວໂດຍ ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ. ໃນວັນທີ 11 ກໍລະກົດ 2023 ທີ່ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ແລະ ວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ

Read more
ມອບທຶນສະໜັບສະໜູນໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

ມອບທຶນສະໜັບສະໜູນໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ທີ່ຜ່ານມາ, ບໍລິສັດ ໄຟໄຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນສະໜັບສະໜູນ ຈຳນວນ 5,000,000 ກີບ ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ ໃນວັນທີ 21 ກໍລະກົດ 2023 ທີ່ຜ່ານມາ, ເຊິ່ງຕາງໜ້າມອບໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດ ໄຟໄຟ້ານ້ຳເທີນ 1

Read more
ຂ່າວສານສັງຄົມ ນ້ຳເທີນ 1 ສະບັບທີ 7 ປະຈຳເດືອນ ກໍລະກົດ ປີ 2023

ຂ່າວສານສັງຄົມ ນ້ຳເທີນ 1 ສະບັບທີ 7 ປະຈຳເດືອນ ກໍລະກົດ ປີ 2023

ພວກເຮົາ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ (NT1PC), ມີຄວາມຍິນດີທີ່ຈະແບ່ງປັນຂ່າວສານສັງຄົມ ນ້ຳເທີນ 1 ສະບັບທີ 7 ປະຈຳເດືອນ ກໍລະກົດ ປີ 2023, ໂດຍມີຈຸດປະສົງເພື່ອນຳສະເໜີບັນດາກິດຈະກຳທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ (NT1PC),  ພະນັກງານ, ແລະ ຜູ້ຕາງໜ້າທີ່ກ່ຽວຂ້ອງກັບບໍລິສັດ ເຊັ່ນ: ວຽກງານດ້ານສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກວມເອົາວຽກງານຍົກຍ້າຍ-ຈັດສັນ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມຄວາມເຂັ້ມແຂງໃຫ້ກັບອົງການຈັດຕັ້ງບ້ານ, ວຽກງານພົວພັນກັບລັດຖະບານ

Read more
ສະໜັບສະໜູນ ຄອມພິວເຕີຕັ້ງໂຕະ ແລະ ເຄື່ອງປີ້ນເຕີໃຫ້ແກ່ ຫ້ອງການພະລັງງານ ແລະ ບໍ່ແຮ່, ເມືອງປາກກະດິງ, ແຂວງບໍລິຄໍາໄຊ

ສະໜັບສະໜູນ ຄອມພິວເຕີຕັ້ງໂຕະ ແລະ ເຄື່ອງປີ້ນເຕີໃຫ້ແກ່ ຫ້ອງການພະລັງງານ ແລະ ບໍ່ແຮ່, ເມືອງປາກກະດິງ, ແຂວງບໍລິຄໍາໄຊ

ເມື່ອວັນທີ 28 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບ ຄອມພິວເຕີຕັ້ງໂຕະ ຈໍານວນ 1 ໜ່ວຍ  ແລະ ເຄື່ອງປີ້ເຕີ ຈໍານວນ 1 ໜ່ວຍໃຫ້ແກ່ ຫ້ອງການພະລັງງານແລະບໍ່ແຮ່ (ພບ) ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ພິເສດສຸດ ຄະເຊັນສຸລະພັນ, ຮອງຜູ້ອໍານວຍການຝ່າຍກໍ່ສ້າງ ພ້ອມດ້ວຍທີມງານບໍລິຫານພາກສະໜາມເປັນຜູ້ມອບ ແລະ

Read more
ສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ

ສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ

ເມື່ອວັນທີ 28 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບກ້ອງຖ່າຍຮູບ ຈໍານວນ 1  ໜ່ວຍໃຫ້ແກ່ ຫ້ອງການ ຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ (ຖວທ) ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ພິເສດສຸດ ຄະເຊັນສຸລະພັນ, ຮອງຜູ້ອໍານວຍການຝ່າຍກໍ່ສ້າງ ພ້ອມດ້ວຍທີມງານເປັນຜູ້ມອບ ແລະ ຜູ້ຕາງໜ້າຈາກ ຫ້ອງການ ຖວທ

Read more
ສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງວຽງຄໍາ, ແຂວງບໍລິຄໍາໄຊ

ສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງວຽງຄໍາ, ແຂວງບໍລິຄໍາໄຊ

ເມື່ອວັນທີ 27 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບກ້ອງຖ່າຍຮູບ ຈໍານວນ 1 ໜ່ວຍໃຫ້ແກ່ ຫ້ອງການຖະແຫຼງຂ່າວ – ວັດທະນາທຳ ແລະ ການທ່ອງທ່ຽວ (ຖວທ) ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ກໍາມະການບໍ ລິຫານ ພ້ອມດ້ວຍທີມງານຫ້ອງການຜູ້ອໍານວຍການໃຫຍ່

Read more
ສະໜັບສະໜູນ ທໍ່ຢາງ ເອັສດີພີຊີ ໃຫ້ແກ່ ກອງບັນຊາການ ປກສ  ເມືອງປາກກະດິງ ແຂວງບໍລິຄໍາໄຊ

ສະໜັບສະໜູນ ທໍ່ຢາງ ເອັສດີພີຊີ ໃຫ້ແກ່ ກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ

ເມື່ອວັນທີ 23 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ໄປມອບ ແລະ ຈັດສົ່ງ ທໍ່ຢາງ ເອັສດີພີໃຫ້ແກ່ ກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ບຸນຍາຣັກ ສິງອ່ອນ, ຜູ້ຈັດການພະແນກໂຮງໄຟຟ້າ ພ້ອມດ້ວຍທີມງານເປັນຜູ້ມອບ ແລະ ຜູ້ຕາງໜ້າຈາກກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແມ່ນ

Read more