ວິໄສທັດ & ພາລະກິດ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ເປັນໜຶ່ງໃນບັນດາບໍລິສັດຜະລິດໄຟຟ້ານ້ຳຕົກຊັ້ນນຳໃນ ສປປ ລາວ. ພວກເຮົາມຸ່ງໝັ້ນທີ່ຈະດຳເນີນທຸລະກິດຂອງພວກເຮົາຢ່າງຍືນຍົງ ໂດຍການສ້າງຄວາມສົມດຸນລະຫວ່າງ ການດຳເນີນທຸລະກິດໃຫ້ມີສັກກະຍະພາບ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ. ພວກເຮົາໃຫ້ຄວາມຮັບປະກັນສູງ ໃນການປະຕິບັດຕາມມາດຕະຖານ ແລະ ລະບຽບການດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ກໍານົດໄວ້ໃນສັນຍາສຳປະທານ (CA). ເພື່ອດຳເນີນການຕາມແນວທາງພັດທະນາແບບຍືນຍົງໃນອະນາຄົດ ຜູ້ບໍລິຫານລະດັບສູງຂອງພວກເຮົາໄດ້ກຳນົດ ວິໄສທັັດ, ພາລະກິດ ແລະ ຄວາມຄາດໝາຍ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄວ້ດັ່ງລຸ່ມນີ້:

ວິໄສທັດ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ເປັນໜຶ່ງໃນບັນດາບໍລິສັດພະລັງງານນ້ຳຕົກ ທີ່ມີຜູ້ຖືຮຸ້ນລາວໃຫຍ່ທີ່ສຸດ ເຊິ່ງຢຶດໝັ້ນໃນການວ່າຈະປະກອບສ່ວນເຂົ້າໃນທິດທາງການເຕີບໂຕສີຂຽວຂອງປະເທດລາວ ໂດຍປະຕິບັດຕາມມາດຕະຖານສາກົນ, ດຳເນີນງານໃນແນວທາງ ທີ່ເປັນມິດກັບສິ່ງແວດລ້ອມ-ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສົ່ງເສີມຜົນກະທົບທາງບວກແບບຍືນຍົງ.

ພາລະກິດ

  • ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ;
  • ເພື່ອສ້າງຄວາມໜ້າເຊື່ອໝັ້ນດ້ານໄຟຟ້າແບບຍືນຍົງ; ແລະ
  • ເພື່ອເປັນອົງກອນຕົວແບບ ໃນການດຳເນີນທຸລະກິດແບບຍືນຍົງ ທາງດ້ານສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ຄວາມມຸ້ງຫວັງຂອງພວກເຮົາ

01 – ພະນັກງານຂອງພວກເຮົາ

  • ພວກເຮົາເປັນບໍລິສັດທີ່ເປັນທີ່ຮູ້ຈັກດີ ໃນນາມບໍລິສັດທີ່ມີຜູ້ຖືຮຸ້ນລາຍໃຫຍ່ເປັນຄົນລາວ ທີ່ສົ່ງເສີມຄວາມສາມາດຂອງຄົນລາວ;
  • ພວກເຮົາສະໜັບສະໜູນການພັດທະນາຄວາມເປັນມືອາຊີບ; ແລະ
  • ພວກເຮົາເຮັດວຽກເປັນທີມ ເພື່ອໃຫ້ບັນລຸເປົ້າໝາຍຂອງບໍລິສັດ ແລະ ມີການປັບປຸງຢ່າງຕໍ່ເນື່ອງ.

02 – ລູກຄ້າ ແລະ ຜູ້ຖືຮຸ້ນຂອງພວກເຮົາ

  • ພວກເຮົາມຸ່ງໝັ້ນໃນການ ປັບປຸງປະສິດທິພາບ ແລະ ຄວາມໜ້າເຊື່ອຖືຂອງການດຳເນີນງານຂອງພວກເຮົາ ໂດຍການປະຕິບັດຕາມມາດຕະຖານສາກົນ ແລະ ແນວທາງປະຕິບັດທີ່ດີທີ່ສຸດ;
  • ພວກເຮົາປັບປຸງເພື່ອໃຫ້ບັນລຸເປົ້າໝາຍທຸລະກິດ ແລະ ຄວາມເພິງພໍໃຈຂອງລູກຄ້າ; ແລະ
  • ພວກເຮົາເພີ່ມປະສິດທິພາບຂອງການນໍາໃຊ້ຊັບພະຍາກອນທີ່ມີໃຫ້ເປັນປະໂຫຍດສູງສຸດ.

03 – ສັງຄົມ ແລະ ສິ່ງແວດລ້ອມຂອງພວກເຮົາ

  • ພວກເຮົາມີຄວາມຮັບຜິດຊອບສູງ ໃນການປົກປັກຮັກສາສິ່ງແວດລ້ອມ;
  • ພວກເຮົາປະຕິບັດຕາມມາດຕະຖານສິ່ງແວດລ້ອມຂອງ ສປປ ລາວ ແລະ ສາກົນຢ່າງຈິງຈັງ;
  • ພວກເຮົາເສີມຂະຫຍາຍ ແລະ ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດລາວໂດຍການສະໜັບສະໜູນບັນດາຫົວໜ່ວຍທຸລະກິດພາຍໃນປະເທດ;
  • ພວກເຮົາພະຍາຍາມຢ່າງໜັກເພື່ອເຮັດໃຫ້ຊີວິດການເປັນຢູ່ໃນທ້ອງຖິ່ນດີຂຶ້ນກວ່າເກົ່າ ໂດຍການສ້າງພື້ນທີ່ໂອກາດໃຫ້ເກີດຄວາມເປັນເຈົ້າການ ແລະ ພາວະການເປັນຜູ້ນຳຂອງທ້ອງຖິ່ນ;
  • ພວກເຮົາເພີ່ມທະວີການມີສ່ວນຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງຜົນກະທົບທາງບວກຕໍ່ທ້ອງຖິ່ນ ແລະ ປະເທດຊາດຢ່າງສ້າງສັນ ແລະ ປະສານກົມກຽວ

04 – ການດຳເນີນງານຂອງພວກເຮົາ

  • ພວກເຮົາຮັບປະກັນການດໍາເນີນງານທີ່ປອດໄພ ສໍາລັບພະນັກງານທັງໝົດ, ຜູ້ຮັບເໝົາ, ຊຸມຊົນທ້ອງຖິ່ນ ແລະ ສິ່ງແວດລ້ອມ;
  • ພວກເຮົາກໍານົດຈຸດປະສົງ ແລະ ເປົ້າໝາຍ ພ້ອມທັງສິ່ງທີ່ຈຳເປັນຕ້ອງປະຕິບັດ ແລະ ບໍລິຫານຈັດການຄວາມສ່ຽງທີ່ກ່ຽວຂ້ອງ; ແລະ
  • ບົດບາດ ແລະ ໜ້າທີ່ຮັບຜິດຊອບຢູ່ໃນອົງກອນ ໄດ້ຮັບການສື່ສານກັນຢ່າງຈະແຈ້ງ.