ຊີເອດອາ

ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

ກອງທຶນພັດທະນາຊຸມຊົນ ຂອງ ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ການພັດທະນາໂຄງການກໍ່ສ້າງລະບົບນ້ຳປະປາ ຢູ່ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ

ບ້ານຈອມທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ແມ່ນຈຸດສຸມໜຶ່ງຂອງແຂວງ ໃນການພັດທະນາໃຫ້ເປັນຊຸມຊົນໃຫຍ່ ແລະ ເປັນຕົວເມືອງນ້ອຍໃນອະນາຄົດ ແຕ່ຍັງຂາດເງື່ອນໄຂຂໍ້ສະດວກດ້ານການຈັດຫານ້ຳສະອາດ ແລະ ປອດໄພມານຳໃຊ້ເຂົ້າໃນຊີວິດປະຈຳວັນ. ເມື່ອກ່ອນ, ປະຊາຊົນໄດ້ນຳໃຊ້ນ້ຳຈາກແຫຼ່ງນ້ຳທຳມະຊາດ ເຊັ່ນ: ນ້ຳສ້າງ, ນ້ຳບາດານ ແລະ ນ້ຳລິນ ເຊິ່ງນ້ຳທີ່ໄດ້ແມ່ນມີຄວາມຂຸ່ນເປື້ອນໃນລະດູຝົນ ແລະ ບົກແຫ້ງໃນລະດູແລ້ງ, ປະລິມານນ້ຳບໍ່ພຽງພໍກັບຄວາມຕ້ອງການຊົມໃຊ້ຕົວຈິງ, ນ້ຳຍັງບໍ່ໄດ້ມາດຕະຖານຕາມຫລັກການສຸຂະອານາໄມ ກໍ່ໃຫ້ເກີດຜົນກະທົບຕໍ່ກັບ ສຸຂະພາບຂອງປະຊາຊົນ. ເມື່ອເຫັນໄດ້ເຖິງບັນຫາ ແລະ ຄວາມຈຳເປັນດັ່ງກ່າວ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພາຍໃຕ້ການຊີ້ນຳ ແລະ

Read more
ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໄດ້ຮັບໃບຢັ້ງຢືນການປະຕິບັດພັນທະດ້ານສິ່ງແວດລ້ອມດີເດັ່ນ (A) ປະຈໍາປີ 2023

ຕະຫຼອດໄລຍະການກໍ່ສ້າງໂຄງການ ແລະ ໄລຍະລິເລີ່ມການດຳເນີນງານ ທີ່ຜ່ານ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມສໍາຄັນຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມໃນການດຳເນີນກິດຈະກຳຕ່າງໆ ໃນຂອບເຂດໂຄງການໄຟຟ້າ ນ້ຳເທີນ 1  ເຊິ່ງກວມເອົາ 2 ເມືອງ : ເມືອງວຽງທອງ ແລະ ເມືອງປາກກະດິງ, ແຂວງບໍລິຄຳໄຊ. ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈໍາກັດ ໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ

Read more
ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຊຸກຍູ້-ສົ່ງເສີມ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃຫ້ໄດ້ຮັບການປະກາດການນໍາໃຊ້ ກາໝາຍສິນຄ້າ (ODOP) ແຫ່ງຊາດ

ຕະຫຼອດໄລຍະເວລາທີ່ຜ່ານມາ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໂດຍສະເພາະໜ່ວຍງານສັງຄົມ ໄດ້ໃຫ້ການສະໜັບສະໜູນ ກຸ່ມຕໍ່າຫູກ-ທໍໄໝ ລາຍສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ໃນຫຼາຍດ້ານ ໂດຍການສຸມໃສ່ທາງດ້ານທຶນສະໜັບສະໜູນກິດຈະກຳ, ການຕະຫຼາດ ແລະ ການປະຊາສຳພັນກັບໜ່ວຍງານ ແລະ ຂະແໜງຕ່າງໆ ເພື່ອຜັກດັນສິນຄ້າ ສີ້ນເໝີ້ຍປະຍຸກ ຂອງບ້ານຫ້ວຍຫອຍ ເມືອງວຽງທອງ ໃຫ້ໄດ້ການນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ແລະ ເພື່ອສົ່ງເສີມໃຫ້ຜະລິດຕະພັນດັ່ງກ່າວເປັນທີ່ຮູ້ຈັກຂອງສັງຄົມ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນ ບ້ານຫ້ວຍຫອຍ.

Read more
ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ

ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ

“ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເອງ ເພື່ອ​ໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ.” ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ປະຈຳຢູ່ ເມືອງວຽງທອງ, ແຂວງບໍລິຄຳໄຊ,    ໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເພື່ອເປັນຜູ້ອຳນວຍຄວາມສະດວກໃນການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ໃນວັນທີ 9-11 ຕຸລາ

Read more