ສັງຄົມ

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ຍຶດໝັ້ນໃນຫຼັກການທີ່ໂປ່ງໃສ ແລະ ມີສ່ວນຮ່ວມໃນການຄຸ້ມຄອງ ແລະ ຫຼຸດຜ່ອນຜົນກະທົບດ້ານ ເສດຖະກິດ-ສັງຄົມຂອງໂຄງການ ຕໍ່ກັບຊຸມຊົນທ້ອງຖິ່ນ. ບາງຊຸມຊົນໃນພື້ນທີ່ໂຄງການຈະຕ້ອງໄດ້ຖືກ ຍົກຍ້າຍໃນຂະນະທີ່ສ່ວນໜຶ່ງຈະໄດ້ຮັບຜົນກະທົບພຽງແຕ່ເບົາບາງ. ເຖິງຢ່າງໃດກໍຕາມ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ແມ່ນມຸ່ງຫມັ້ນຢ່າງເຕັມທີ່ໃນການເຮັດວຽກຮ່ວມກັບຊຸມຊົນເຫຼົ່ານີ້ເພື່ອບັນລຸຜົນໃນທາງບວກສໍາລັບທຸກຄົນ.

ເນື່ອງຈາກຊີວິດການເປັນຢູ່ທາງດ້ານເສດຖະກິດ-ສັງຄົມໃນຊຸມຊົນທີ່ຖືກຜົນກະທົບແມ່ນຖືເອົາການກະສິກໍາແບບຍືນຍົງເປັນຈຸດໃຈກາງ. ສະຖານທີ່ຍົກຍ້າຍຈັດສັນໄດ້ຖືກເລືອກໂດຍອີງໃສ່ທີ່ດິນກະສິກໍາ ແລະ ນໍ້າປະປາ, ຄຽງຄູ່ກັບເງື່ອນໄຂທີ່ສໍາຄັນອື່ນໆ, ພ້ອມທັງການເຂົ້າເຖິງພື້ນຖານໂຄງລ່າງເຊັ່ນ: ໂຮງຮຽນ, ສຸກສາລາ, ການສະໜອງໄຟຟ້າ, ເສັ້ນທາງການເຂົ້າເຖິງ ລວມທັງບ້ານ ແລະ ຊຸມຊົນອື່ນໆທີ່ມີຢູ່ແລ້ວຢູ່ໃກ້ກັບສະຖານທີ່ຍົກຍ້າຍຈັດສັນ.

ດັ່ງນັ້ນ, ພື້ນທີ່ຍົກຍ້າຍຈັດສັນໄດ້ຮັບການສໍາຫຼວດຢ່າງລະມັດລະວັງເພື່ອປະເມີນຄວາມເຫມາະສົມ ແລະ ການປຶກສາຫາລືຢ່າງລະອຽດກັບຜູ້ໄດ້ຮັບຜົນກະທົບຂອງໂຄງການ (PAP) ເພື່ອກໍານົດວິທີການທີ່ເຫມາະສົມໃນການຊົດເຊີຍສໍາລັບຊັບສິນທີ່ສູນເສຍຂອງຜູ້ໄດ້ຮັບຜົນກະທົບຂອງໂຄງການ ແລະ ປະຕິບັດແຜນງານການຍົກຍ້າຍຈັດສັນ (RAP). ຫຼັກການພື້ນຖານຂອງແຜນງານການຍົກຍ້າຍຈັດສັນແມ່ນເພື່ອ:

  • ຍົກສູງຄຸນນະພາບຊີວິດຂອງ PAP;
  • ປ້ອງກັນ ຫຼື ຫຼຸດຜ່ອນຜົນກະທົບທາງລົບຕໍ່ສັງຄົມ;
  • ຫຼຸດຜ່ອນຜົນກະທົບທາງລົບຕໍ່ສັງຄົມທີ່ອາດຈະເກີດຂຶ້ນ.

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ເຮັດວຽກຢ່າງໃກ້ຊິດກັບອົງການຈັດຕັ້ງ ຂັ້ນທ້ອງຖິ່ນ, ສູນກາງ ແລະ ອົງການຈັດຕັ້ງສາກົນ ເພື່ອຮັບປະກັນວ່າໂຄງການໄດ້ດຳເນີນໄປຕາມແນວທາງນະໂຍບາຍແຫ່ງ ສປປ ລາວ ກ່ຽວກັບວຽກງານການຍົກຍ້າຍ ແລະ ການຊົດເຊີຍ ເຊັ່ນ: ດຳລັດວ່າດ້ວຍການຍົກຍ້າຍ ແລະ ການຊົດເຊີຍ, ດຳລັດວ່າດ້ວຍການອະນຸລັກວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ລວມທັງນະໂຍບາຍການດໍາເນີນງານຂອງທະນາຄານໂລກ.