ສິ່ງແວດລ້ອມ

ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ພື້ນຖານຊັບພະຍາກອນທຳມະຊາດອັນລ້ຳຄ່າຂອງ ສປປ ລາວ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ ໄດ້ຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອຮັບປະກັນໃຫ້ທຸກການເຄື່ອນໄຫວຂອງໂຄງການໄຟຟ້ານ້ຳເທີນ 1 ດຳເນີນໄປພາຍໃຕ້ກອບກົດໝາຍ, ນະໂຍບາຍ, ຄຳແນະນຳ ແລະ ຂໍ້ຕົກລົງໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປົກປ້ອງສິ່ງແວດລ້ອມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ.

ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດໄດ້ດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຢ່າງຮອບຄອບ ເພື່ອກໍານົດຍຸດທະສາດທີ່ເຫມາະສົມໃນແກ້ໄຂຜົນກະທົບດ້ານສິ່ງແວດລ້ອມຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 1. ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແມ່ນແນໃສ່ 2 ພື້ນທີ່ຕົ້ນຕໍຂອງອ່າງໂຕ່ງ ນ້ຳເທີນ-ກະດິງ ຄື:

  • ພື້ນທີ່ດ້ານເທິງອ່າງເກັບນ້ຳ ແລະ ບໍລິເວນອ້ອມຮອບຂອງອ່າງ; ແລະ
  • ພື້ນທີ່ລຸ່ມເຂື່ອນ ລະຫວ່າງເຂດໂຄງການເຂື່ອນ ແລະ ຈຸດປາກນ້ຳກະດິງປ່ອງໃສ່ແມ່ນ້ຳຂອງ.

ນອກຈາກນີ້, ແຜນການຄຸ້ມຄອງ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມ ແລະ ສັງຄົມ (ESMMP) ທີ່ໃຫ້ແນວທາງການຈັດຕັ້ງປະຕິບັດມາດຕະການໃນການຄວບຄຸມ ແລະ ຕິດຕາມໂຄງການ, ຍັງໄດ້ຖືກສ້າງຂຶ້ນ ໃຫ້ສອດຄ່ອງກັບຂັ້ນຕອນ ແລະ ແນວທາງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຂອງ ສປປ ລາວ, ມາດຕະຖານແຫ່ງຊາດຂອງ ສປປ ລາວ, ລວມເຖິງມາດຕະຖານສາກົນອື່ນໆ ເຊັ່ນ: ມາດຕະຖານສາກົນຂອງອົງການການເງິນສາກົນ, ທະນາຄານພັດທະນາອາຊີ, ແລະ ທະນາຄານໂລກ.

ທຸກພື້ນທີ່ສະພາບແວດລ້ອມທີ່ໄດ້ຮັບຜົນກະທົບຈາກໂຄງການ, ລວມທັງຄຸນນະພາບນໍ້າ ແລະ ອຸທົກກະສາດ, ປາ ແລະ ການປະມົງ, ແລະ ລະບົບນິເວດທີ່ໄດ້ຮັບການຄຸ້ມຄອງຢ່າງລະມັດລະວັງ ແລະ ຕິດຕາມຢ່າງໃກ້ຊິດໂດຍພະນັກງານ ໂຄງການ ພະແນກສິ່ງແວດລ້ອມຂອງພວກເຮົາເປັນປະຈໍາ ອີງຕາມມາດຕະການທີ່ກໍານົດໄວ້ພາຍໃຕ້ ESMMP ເພື່ອກວດກາທ່າອ່ຽງທາງດ້ານສິ່ງແວດລ້ອມ ແລະ ຮັບປະກັນວ່າການດຳເນີນງານຂອງໂຄງການໄດ້ຮັບການປະຕິບັດຕາມມາດຕະຖານສິ່ງແວດລ້ອມແຫ່ງຊາດ ແລະ ສາກົນ.