ກ່ຽວກັບນໍ້າເທີນ1

ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ (NT1PC) ໄດ້ຮັບອະນຸຍາດຈາກ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອພັດທະນາ, ຄອບຄອງກຳມະສິດ ແລະ ດຳເນີນໂຄງການເຂື່ອນໄຟຟ້າ ນ້ຳເທີນ 1 (NT1HPP). ບໍລິສັດໄດ້ລົງນາມໃນສັນຍາສໍາປະທານ (CA) ກັບລັດຖະບານຕັ້ງແຕ່ວັນທີ 14 ມິຖຸນາ 2016 ໂດຍມີໄລຍະເວລາສໍາປະທານແມ່ນ 27 ປີ.

ບໍລິສັດ NT1PC ເປັນເຈົ້າຂອງຮ່ວມກັນໂດຍ 4 ບໍລິສັດຜູ້ຖືຮຸ້ນຄື: ກຸ່ມບໍລິສັດ ພອນສັກ ຈຳກັດ (PSG), ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE), ບໍລິສັດ ຜະລິດໄຟຟ້າ ຈຳກັດ (ມະຫາຊົນ) (EGCO), ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN). ອັດຕາສ່ວນຂອງບັນດາບໍລິສັດຜູ້ຖືຮຸ້ນມີດັ່ງນີ້:

ໂຄງການຕັ້ງຢູ່ຕາມລຳແມ່ນ້ຳກະດິງ, ແຂວງບໍລິຄຳໄຊ, ປະມານ 33ກິໂລແມັດ ຂຶ້ນໄປທາງເບື້ອງເທິງ ຈາກປາກແມ່ນ້ຳ ທີ່ໄຫຼປ່ອງໃສ່ແມ່ນ້ຳຂອງ ແລະ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 220 ກິໂລແມັດ. ແມ່ນ້ຳເທີນ ເປັນສາຂາໜຶ່ງຂອງແມ່ນ້ຳຂອງ ເຊິ່ງແມ່ນການຮວມຕົວກັນຂອງແມ່ນໍ້າຫຼາຍສາຂາທີ່ໄຫຼລ່ອງລົງຕາມທາງທິດຕາເວັນຕົກສຽງໃຕ້ຈາກແນວສັນພູຫຼວງເຖິງພູພຽງນາກາຍ. ເຂື່ອນໄຟຟ້ານ້ຳເທີນ 1 ມີພື້ນທີ່ຮັບນ້ຳປະມານ 13,856 ກມ2. ໂຄງການເຂື່ອນໄຟຟ້າ ນ້ຳເທີນ 1 ເປັນໂຄງການເຂື່ອນພະລັງງານໄຟຟ້າສຸດທ້າຍທີ່ຢູ່ຕາມສາຍນໍ້າເທີນ-ນໍ້າກະດິງ

ໃນວັນທີ 23 ກັນຍາ 2017, ບໍລິສັດ NT1PC ໄດ້ລົງນາມ ແລະ ເຊັນສັນຍາຊື້-ຂາຍໄຟຟ້າກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ລັດວິສາຫະກິດໄຟຟ້າລາວ (EDL) – ສັນຍາເຫຼົ່ານີ້ຍັງເອີ້ນວ່າ EGAT PPA ແລະ EDL PPA ຕາມລໍາດັບ. ກໍາລັງການຜະລິດຕິດຕັ້ງທັງໝົດແມ່ນ 650 MW, ປະກອບມີ 3 ຫົວໜ່ວຍການຜະລິດພາຍໃຕ້ 2 ສັນຍາຊື້-ຂາຍ (PPA), ໃນນັ້ນ 2×260 MW ຈະສະໜອງໃຫ້ EGAT ແລະ 130 MW ຂະສະໜອງໃຫ້ແກ່ EDL ເປັນໄລຍະເວລາ 27 ປີ ເລີ່ມແຕ່ວັນເປີດຂາຍໄຟ (COD) ໃນເດືອນ ສິງຫາ 2022.