ຜົນການກວດສຸຂະພາບປະຊາຊົນບ້ານຫ້ວຍຫອຍ ປະຈຳປີ 2025

ຜົນການກວດສຸຂະພາບປະຊາຊົນບ້ານຫ້ວຍຫອຍ ປະຈຳປີ 2025 Next item ບໍລິສັດ ໄຟຟ້າ ນໍ້າເທີນ 1...

ສະພາບລວມການກວດສຸຂະພາບປະຈຳປີ 2025 ຂອງປະຊາຊົນບ້ານຫ້ວຍຫອຍ

ໃນກາງເດືອນພະຈິກ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ຈັດການກວດສຸຂະພາບປະຈຳປີຂຶ້ນໃຫ້ແກ່ປະຊາຊົນບ້ານຈັດສັນຍົກຍ້າຍ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍໃນວຽກດັ່ງກ່າວແມ່ນມີພະນັກງານແພດໝໍຈາກທັງໂຮງໝໍນ້ອຍຫ້ວຍຫອຍ ແລະ ໂຮງໝໍເມືອງວຽງທອງ ເປັນຜູ້ດຳເນີນການກວດສຸຂະພາບໃຫ້ແກ່ປະຊາຊົນ.

ໃນການກວດສຸຂະພາບ ພະນັກງານແພດໝໍ ຮ່ວມກັບພະນັກງານອາວຸໂສຮັບຜິດຊອບວຽກງານສຸຂະພາບ ແລະ ການສຶກສາ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ຈັດຕັ້ງຈຸດເກັບກຳປະຫວັດສຸຂະພາບຂອງປະຊາຊົນ ເຊິ່ງລວມມີ ຂໍ້ມູນພຶດຕິກຳທີ່ຕິດພັນກັບສຸຂະພາບ, ການກວດອາການຊີວິດເບື້ອງຕົ້ນ ແລະ ປະຫວັດການເຈັບເປັນ. ຈາກນັ້ນ, ຊາວບ້ານໄດ້ຖືກສົ່ງຕໍ່ເພື່ອຮັບການກວດດ້ານຄຣີນິກ (ສັງເກດ, ລູບ, ຄຳ, ຟັງ) ແລະ ການທົດສອບເພີ່ມຕື່ມ (ກວດເລືອດ, ຂີ້ເທິ ແລະ ເອໂກ) ເພື່ອຊ່ວຍໃນການບົ່ງມະຕິພະຍາດ ແລະ ໃຫ້ແນວທາງການຮັກສາທີ່ເໝາະສົມຕໍ່ໄປ.

ໃນຈຳນວນປະຊາກອນ 2,058 ຄົນທີ່ຢູ່ໃນເປົ້າໝາຍການກວດສຸຂະພາບ, ມີພຽງ 955 ຄົນທີ່ເຂົ້າຮ່ວມ ຄິດເປັນ 46% ຂອງຈຳນວນປະຊາກອນເປົ້າໝາຍທັງໝົດ. ການເຂົ້າຮ່ວມຂອງປະຊາຊົນແມ່ນເຫັນວ່າມີຈຳນວນຫຼຸດລົງໃນແຕ່ລະປີ ເຊິ່ງເປັນສິ່ງທ້າທາຍສຳຄັນທີ່ທາງບໍລິສັດ ແລະ ອຳນາດການປົກຄອງທ້ອງຖິ່ນຕ້ອງໄດ້ຫາຍຸດທະສາດໃໝ່ໃນການກະຕຸ້ນໃຫ້ປະຊາຊົນເຂົ້າຮ່ວມຫຼາຍຂຶ້ນໃນອານາຄົດ.

ຜົນການກວດສຸຂະພາບໃນປີ 2025

ໃນວັນທີ 14 ມັງກອນ 2026 ຫ້ອງການສາທາລະນະສຸກເມືອງວຽງທອງ ໄດ້ມີການຈັດກອງສະຫຼຸບປະຈຳປີ 2025 ພ້ອມທັງໄດ້ມີການນຳສະເໜີຜົນການປະເມີນການກວດສຸຂະພາບປະຊາຊົນບ້ານຫ້ອຍຫອຍໃນປີ 2025 ເຊິ່ງຜົນການກວດສຸຂະພາບໃນບາງດ້ານ ແລະ ຂໍ້ສະເໜີແນະມີດັ່ງນີ້:

ພືດຕິກຳສຸຂະພາບຂອງປະຊາຊົນ

ນັບຕັ້ງແຕ່ການຍົກຍ້າຍຈັດສັນໃນປີ 2019, ພຶດຕິກຳທີ່ຕິດພັນກັບສຸຂະພາບຂອງປະຊາຊົນໂດຍລວມເຫັນວ່າດີຂຶ້ນ. ໃນປີ 2025:

  • 99% ຂອງຊາວບ້ານ ດື່ມນໍ້າທີ່ຜ່ານການຂ້າເຊື້ອພະຍາດ (8,9% ໃນປີ 2019).
  • 87% ກິນອາຫານທີ່ປຸງສຸກດີ
  • ແຕ່ເຖິງແນວໃດກໍຕາມ, 29,8% ຍັງກິນອາຫານປະເພດຊີ້ນງົວ ຫຼື ຊີ້ນຄວາຍດິບ ເຊິ່ງມັນສະທ້ອນເຖິງວັດທະນະທຳການກິນຂອງທ້ອງຖິ່ນ

ສຸຂະພາບການເຈັບເປັນໃນປີທີ່ຜ່ານມາ

ໃນຈຳນວນປະຊາຊົນ 955 ຄົນທີ່ເຂົ້າການຮັບກວດສຸຂະພາບ, 224 ຄົນ ລາຍງານວ່າໄດ້ມີການເຈັບເປັນໃນປີທີ່ຜ່ານມາ. ໃນນີ້ີ,  99,3% ໄດ້ເຂົ້າຮັບການປິ່ນປົວຢູ່ສະຖານບໍລິການດ້ານສຸຂະພາບຂອງທັງພາກລັດ ແລະ ເອກະຊົນ ສ່ວນທີ່ເຫຼືອແມ່ນມີການຊື້ຢາຈາກຮ້ານຂາຍຢາມາກິນເອງ, ໃຊ້ຢາພື້ນເມືອງ ແລະ ໄປຫາໝໍເຢົາ.

ໃນການກວດສຸຂະພາບໃນເດືອນພະຈິກເຫັນວ່າ ມີປະຊາຊົນ 498 ຄົນ (52%) ມີອາການເຈັບເປັນດ້ວຍພະຍາດຕ່າງໆ. ໂດຍໃນນີ້, ກວດພົບພະຍາດທີ່ແຕກຕ່າງກັນ 70 ຊະນິດ ເຊິ່ງ 10 ພະຍາດທີ່ພົບຫຼາຍທີ່ສຸດໄດ້ແກ່:

  • ລະບົບປະສາດ
  • ເຈັບຄໍ / ຄໍອັກເສບ
  • ພະຍາດກະເພາະອາຫານ
  • ຄວາມດັນເລືອດສູງ
  • ໄຂ້ຫວັດທົ່ວໄປ
  • ວິນຫົວ
  • ໄຂ້ຫວັດໃຫຍ່
  • ຕ່ອມທອນຊິວອັກເສບ
  • ປວດຫົວໄມເກຣນ
  • ເລືອດຈາງ

ຈຸດພິເສດສຳລັບການເຂົ້າມາກວດພະຍາດຂອງປະຊາຊົນເຫັນວ່າ ປະຊາຊົນສ່ວນໃຫຍ່ທີ່ເຂົ້າມາກວດໃນຄັ້ງນີ້ ລາຍງານວ່າມີອາການເຈັບເປັນພາຍໃນ 7 ມື້ ຫາ ຫຼາຍກວ່າ 30 ວັນ. ສຳລັບຜູ້ທີ່ຜ່ານມາມີສຸຂະພາບແຂງແຮງດີ ຈະເຂົ້າມາກວດສຸຂະພາບເປັນສ່ວນໜ້ອຍ.

ການເສຍຊີວິດ

ໃນ 1 ປີທີ່ຜ່ານມາ, ປະຊາຊົນບ້ານຫ້ວຍຫອຍ 17 ຄົນ ໄດ້ເສຍຊີວິດ ເຊິ່ງມີອາຍຸຕັ້ງແຕ່ 6 – 93 ປີ ເຊິ່ງສາເຫດຂອງການຕາຍລວມມີ:

  • ພະຍາດຄວາມດັນເລືອດສູງ 4 ຄົນ
  • ອຸບັດຕິເຫດ 3 ຄົນ
  • ໂລກຊະລາ 3 ຄົນ
  • ເບົາຫວານ 2 ຄົນ
  • ມະເຮັງປາກມົດລູກ, ວັນນະໂລກ, ໄຂ່ຫຼັງຊຸດໂຊມ, ເມື່ອຍຈ່ອຍອ່ອນເພຍ ແລະ ໄຂ້ ຢ່າງລະ 1 ຄົນ.

ສູຂະພາບແມ່ຍີງໄວຈະເລີນພັນອາຍຸ 15-49 ປີ

ແມ່ຍິງໄວຈະເລີນພັນໄດ້ເຂົ້າຮັບການກວດສຸຂະພາບ 281 ຄົນ. ໃນຈຳນວນດັ່ງກ່າວ, 232 ຄົນ ເຄີຍຖືພາ, ລວມການຖືພາທັງໝົດ 669 ຄັ້ງ, ເກີດ 626 ຄັ້ງ ແລະ ລູກຍັງມີຊີວິດລອດ 597 ຄົນ. ໃນບັນດາເດັກທີ່ເກີດກ່ອນປີ 2019 (ກ່ອນການຈັດສັນຍົກຍ້າຍ) ມີ 36% ທີ່ເກີດໂດຍມີແພດໝໍຊ່ວຍ. ໃນປີ 2025, ຫຼັງຈາກ 6 ປີຂອງການຈັດສັນຍົກຍ້າຍ ຈຳນວນຂອງເດັກທີ່ເກີດໂດຍມີແພດໝໍຊ່ວຍເພີ່ມຂຶ້ນເປັນ 81%.

ສຳລັບການວາງແຜນຄອບຄົວ ແມ່ນໄດ້ເພີ່ມຂຶ້ນຈາກ 54.4% ໃນປີ 2019 ມາເປັນ 71% ໃນປີ 2025. ເຖິງແນວໃດກໍຕາມ, ມີແມ່ຍິງພຽງ 44% ທີ່ຮູ້ກ່ຽວກັບພະຍາດຕິດຕໍ່ທາງເພດສຳພັນ (ທຽບເທົ່າປີ 2019) ແລະ 61% ບໍ່ຮູ້ວິທີການປ້ອງກັນ.

ສຸຂະພາບຂອງເດັກລຸ່ມ 5 ປີ

ໃນຈຳນວນເດັກລຸ່ມ 5 ປີ 124 ຄົນ ທີ່ເຂົ້າຮ່ວມການກວດສຸຂະພາບເຫັນວ່າ:

  • 85% ໄດ້ຮັບການສັກຢາປ້ອງກັນພະຍາດຄົບຕາມຕາຕະລາງການສັກຢາ.
  • 7,3% ແມ່ນມີນໍ້າໜັກຫຼຸດມາດຕະຖານ (ຫຼຸດລົງຈາກ 6% ໃນປີ 2019)
  • 8% ແມ່ນມີລວງສູງຫຼຸດມາດຕະຖານ (ຫຼຸດລົງຈາກ 35.8% ໃນປີ 2019)

ສະຫຼຸບລວມ ແລະ ຂໍ້ສະເໜີແນະ

ເມື່ອເບິ່ງໃນພາບລວມພວກເຮົາຈະເຫັນວ່າ ສະພາບດ້ານສຸຂະພາບຂອງປະຊາຊົນບ້ານຫ້ວຍຫອຍແມ່ນປ່ຽນແປງໄປໃນທິດທາງທີ່ດີຂຶ້ນ ນັບແຕ່ການຍົກຍ້າຍໃນປີ 2019. ການປ່ຽນແປງລວມມີພຶດຕິກຳທີ່ກ່ຽວພັນກັບສຸຂະພາບ, ການເຂົ້າເຖິງການບໍລິການສາທາລະນະສຸກ ແລະ ສຸຂະພາບແມ່ ແລະ ເດັກ. ເຖິງແນວໃດກໍຕາມ ການເຈັບປ່ວຍໃນປີ 2025 ແມ່ນມີໂຕເລກເພີ່ມຂຶ້ນ ແລະ ການເຂົ້າຮ່ວມການກວດສູຂະພາບແມ່ນຫຼຸດລົງ.

ສຳລັບຂໍ້ສະເໜີແນະໃນການປັບປຸງລວມມີ:

  • ການສຳຫຼວດຄົວເຮືອນ ຄວນຈັດຕັ້ງປະຕິບັດໂດຍການລົງຫາແຕ່ລະຄົວເຮືອນ ເພື່ອໃຫ້ຄອບຄຸມຢ່າງທົ່ວເຖິງ. ແບບສອບຖາມກໍຄວນໃຫ້ມີການເພີ່ມຂໍ້ມູນທີ່ຈຳເປັນເພີ່ມຕື່ມ ເຊັ່ນ: ການເຂົ້າເຖິງນໍ້າສະອາດ, ການຊົມໃຊ້ວິດຖ່າຍ ແລະ ການຈຳກັດຂີ້ເຫຍື້ອ.
  • ເສີມສ້າງຄຸນນະພາບການບໍລິການດ້ານສຸຂະພາບ ເພື່ອຮັບປະກັນວ່າແພດໝໍສາມາດບົ່ງມະຕິພະຍາດໄດ້ຢ່າງແມ້ນຍຳ ແລະ ສາມາດໃຫ້ຄຳແນະນຳໃນການປິ່ນປົວທີ່ຊັດເຈນ ແລະ ປະຕິບັດໄດ້ຈິງ.
  • ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ ເພື່ອສະໜັບສະໜຸນໃຫ້ພວກເຂົາເຂົ້າຮັບການຮັກສາທີ່ສະຖານບໍລິການສຸຂະພາບເພີ່ມຂຶ້ນ.
  • ໃຫ້ການຝຶກອົບຮົມໂຄສະນາເຜີຍແຜ່ຄວາມຮູ້ດ້ານສຸຂະສຶກສາ ແລະ ການຕິດຕາມການຮັກສາສຸຂະພາບຢ່າງຕໍ່ເນື່ອງໃຫ້ແກ່ທີມງານແພດໝໍ.
  • ເພີ່ມຄວາມຖີ່ໃນການລົງໂຄສະນາເຜີຍແຜ່ຄວາມຮູ້ດ້ານສຸຂະພາບ ໂດຍສະເພາະໃນຫົວຂໍ້ທີ່ຊາວບ້ານຍັງບໍ່ເຂົ້າໃຈດີ ເພື່ອປັບປຸງພຶດຕິກຳ ແລະ ຜົນລັບດ້ານສຸຂະພາບໃຫ້ດີຂຶ້ນ.

ນໍ້າເທີນ 1 ຍັງຄົງມຸ່ງໝັ້ນທີ່ຈະດຳເນີນແຜນຟື້ນຟູຊີວິດການເປັນຢູ່ໃນອີກ 4 ປີຂ້າງໜ້າ ໂດຍມີເປົ້າໝາຍເພື່ອເສີມສ້າງການບໍລິການດ້ານສຸຂະພາບໃນທ້ອງຖິ່ນ, ສົ່ງເສີມສຸຂະພາບ ແລະ ຄວາມຈະເລີນຮູ່ງເຮືອງຂອງປະຊາຊົນບ້ານຫ້ວຍຫອຍ ແລະ ຊຸມຊົນອ້ອມຂ້າງ.