ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນອົງການຈັດຕັ້ງທ້ອງຖິ່ນ ແລະ ກິດຈະກຳຂອງຊຸມຊົນໃນເດືອນທັນວາ ປີ 2025

ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ສະໜັບສະໜູນອົງການຈັດຕັ້ງທ້ອງຖິ່ນ ແລະ ກິດຈະກຳຂອງຊຸມຊົນໃນເດືອນທັນວາ ປີ 2025 Previous item ... Next item ບໍລິສັດ ໄຟຟ້າ ນໍ້າເທີນ 1...

ໃນເດືອນທັນວາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ (NT1PC) ໄດ້ດຳເນີນການຕາມຄວາມມຸ່ງໝັັ້ນຂອງພວກເຮົາໃນການສະໜັບສະໜູນການພັດທະນາຊຸມຊົນ ໂດຍການສະໜັບສະໜູນດ້ານການເງິນ ແລະ ສິ່ງຂອງຕ່າງໆໃກ້ແກ່ອົງການຈັດຕັ້ງ ແລະ ສະຖານບັນທ້ອງຖິ່ນໃນແຂວງບໍລິຄຳໄຊ ແລະ ໃນລະດັບສູນກາງ. ການປະກອບສ່ວນໃນຄັ້ງນີ້ແມ່ນມີເປົ້າໝາຍເພື່ອເສີມສ້າງການບໍລິການຂອງລັດ, ສະໜັບສະໜູນການສຶກສາ, ຮັກສາວັດທະນະທຳ ແລະ ກິດຈະກຳຂອງຊຸມຊົນ.

ເລີ່ມຈາກວັນທີ 1 ທັນວາ 2025, ນໍ້າເທີນ 1 ໄດ້ສະໜັບສະໜູນງົບປະມານ 7,750,000 ກີບ ແກ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງປາກກະດິງ ເພື່ອນຳໃຊ້ເຂົ້າໃນການຈັດຊື້ຢາປ້ອງກັນພະຍາດສັດ ແລະ ກິດຈະກຳການລົງສັກຢາ. ການປະກອບສ່ວນກິດຈະກຳດັ່ງກ່າວນີ້ ແມ່ນເພື່ອປັບປຸງສຸຂະພາບສັດ ແລະ ການເປັນຢູ່ທີ່ດີຂອງທ້ອງຖິ່ນ.

ໃນວັນທີ 11 ທັນວາ 2025, ນໍ້າເທີນ 1 ໄດ້ມອບເສື້ອໂປໂລຈຳນວນ 56 ໂຕ ເຊິ່ງລວມເປັນມູນຄ່າ 8,960,000 ກີບ ໃຫ້ຄະນະນັກສຶກສາຈາກໂຮງຮຽນການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ພ້ອມທັງຄະນະຄູ-ອາຈານ ແລະ ຄະນະນຳຂອງແຂວງບໍລິຄຳໄຊ ໃນງານພົບປະ ແລະ ແລກປ່ຽນບົດຮຽນ ປະຈຳປີ 2025.

ໃນວັນດຽວກັນນັ້ນ, ນໍ້າເທີນ 1 ຍັງໄດ້ມອບຄອມພິວເຕີຈຳນວນ 2 ໜ່ວຍ ໃຫ້ແກ່ຄະນະກຳມະການຄຸ້ມຄອງອ່າງຮັບນໍ້າ ໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ເພື່ອສະໜັບສະໜຸນວຽກບໍລິຫານ ແລະ ການດຳເນີນງານຢ່າງມີປະສິດທິພາບ.

ໃນວັນທີ 17 ທັນວາ 2025, ນໍ້າເທີນ 1 ໄດ້ມອບເງິນຈຳນວນ 10,000,000 ກີບ ໃຫ້ແກ່ກົມຄຸ້ມຄອງວິສະຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປະກອບສ່ວນເຂົ້າໃນການຈັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມຄຸ້ມຄອງວິສະຫະກິດ. ໃນມື້ດຽວກັນ, ທີ່ເມືອງວຽງທອງ, ທີມງານສັງຄົມ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ມອບເງິນປະກອບສ່ວນ ຈຳນວນ 5,000,000 ກີບ  ໃຫ້ແກ່ບ້ານຫ້ວຍຫອຍ ເພື່ອສະໜັບສະໜຸນການຈັດງານບຸນກິນຈຽງ ເພື່ອເປັນການສົ່ງເສີມການຮັກສາຮີດຄອງປະເພນີ ແລະ ຄວາມສາມັກຄີຂອງຊຸມຊົນ.

ໂດຍການໃຫ້ການປະກອບສ່ວນຕ່າງໆເຫຼົ່ານີ້, ນໍ້າເທີນ 1 ຢືນຢັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງໃນການສະໜັບສະໜຸນການພັດທະນາທ້ອງຖິ່ນ, ສະຖາບັນຂອງລັດ ແລະ ຄວາມເປັນຢູ່ທີ່ດີຂອງຊຸມຊົນ.