ນໍ້າເທີນ 1 ທົບທວນຄືນຄວາມຄືບໜ້າ 1 ປີ ໂຄງການການຄຸ້ມຄອງອ່າງຮັບນໍ້າ ແຂວງບໍລິຄຳໄຊ

ນໍ້າເທີນ 1 ທົບທວນຄືນຄວາມຄືບໜ້າ 1 ປີ ໂຄງການການຄຸ້ມຄອງອ່າງຮັບນໍ້າ ແຂວງບໍລິຄຳໄຊ Next item ບໍລິສັດ ໄຟຟ້າ ນໍ້າເທີນ 1...

ເພື່ອປະຕິບັດຕາມສັນຍາສຳປະທານ ລະຫວ່າງ ບໍລິສັດໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ລັດຖະບານແຫ່ງ ສປປ ລາວ, ນໍ້າເທີນ 1 ໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງອ່າງຮັບນໍ້າ ເພື່ອປົກປັກຮັກສາ, ບຳລຸງຮັກສາ ແລະ ເສີມຂະຫຍາຍປ່າໄມ້, ນ້ຳ, ສັດນ້ຳ-ສັດປ່າ ແລະ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ພື້ນທີ່ອ່າງຮັບນ້ຳໄດ້ກວມເອົາເນື້ອທີ່ປະມານ 236,271 ເຮັກຕາ ເຊິ່ງປະກອບດ້ວຍ 2 ພື້ນທີ່: ພື້ນທີ່ຕອນເທິງ ເປັນພື້ນທີ່ທີ່ຢູ່ນອກເຂດປ່າສະຫງວນ ແລະ ພື້ນທີ່ຕອນລຸ່ມ ເປັນພື້ນທີ່ທີນອນໃນປ່າສະຫງວນແຫ່ງຊາດນ້ຳກະດິງໃນ 4 ເມືອງຂອງແຂວງບໍລິຄຳໄຊ (ເມືອງ ວຽງທອງ, ບໍລິຄັນ, ປາກກະດິງ ແລະ ຄຳເກີດ). ນໍ້າເທີນ 1 ໄດ້ສະໜັບສະໜູນງົບປະມານໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານແຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ. ນໍ້າເທີນ 1 ໄດ້ເຮັດວຽກຢ່າງໃກ້ສິດກັບອຳນາດການປົກຄອງພາກລັດທີ່ກ່ຽວຂ້ອງ ໃນການຕິດຕາມການເຄື່ອນໄຫວ, ຄວາມຄືບໜ້າ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ.

ໃນວັນທີ 11 ທັນວາ 2025, ກອງປະຊຸມການປະສານງານແມ່ນໄດ້ຈັດຂຶ້ນທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ເພື່ອທົບທວນຄືນຜົນໄດ້ຮັບຈາກການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງປ່າໄມ້ ແລະ ທີ່ດີນປ່າໄມ້ ເຂດຕອນເທິງ ແລະ ຕອນລູ່ມ ໃນເຂດອ່າງຮັບນໍ້າ ໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ປະຈຳປີ 2025.

ວຽກງານຄຸ້ມຄອງອ່າງຮັບນໍ້າ ແມ່ນມີ 5 ອົງປະກອບຫຼັກທີ່ສຳຄັນຄື:

  • ການຄຸ້ມຄອງບໍລິຫານ
  • ການຄຸ້ມຄອງອ່າງຮັບນໍ້າ ແລະ ສີ່ງເສດເຫຼືອ ເຊິ່ງລວມມີການມີສ່ວນຮ່ວມຂອງຊຸມຊົນໃນກິດຈະກຳການຄຸ້ມຄອງສິ່ງເສດເຫຼືອຕ່າງໆ
  • ການຄຸ້ມຄອງຊີວະນາໆພັນ ດ້ວຍການມອບງົບປະມານໃຫ້ກອງຄຸ້ມຄອງປ່າສະຫງວນແຂວງເປັນຜູ້ຈັດຕັ້ງປະຕິບັດໃນການຕັ້ງຈຸດກວດກາ ແລະ ລາດຕະເວນ ໃນພື້ນທີ່ປ່າສະຫງວນ
  • ການສົ່ງເສີມຊີວິດການເປັນຢູ່ໃຫ້ແກ່ຊຸມຊົນ, ສະໜັບສະໜູນການຜະລິດຂອງຊຸມຊົນ, ການຕະຫຼາດ ແລະ ການສ້າງຄວາມອາດສາມາດຜ່ານການໃຫ້ຄວາມຮູ້
  • ສົ່ງເສີມການທ່ອງທ່ຽວຕິດພັນກັບການອະນຸລັກ, ລວມມີການສຳຫຼວດທ່າແຮງດ້ານການທ່ອງທ່ຽວ ແລະ ການພັດທະນາຂອບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ

ໃນລະຫວ່າງສົກປີ 2024-2025 ມີຫຼາຍກິດຈະກຳໄດ້ຖືກຈັດຕັ້ງປະຕິບັດໃນ 19 ບ້ານເປົ້າໝາຍ ໃນຂອບເຂດອ່າງຮັບນ້ຳ ໂດຍປະກອບມີ ການທົບທວນການນຳໃຊ້ທີ່ດິນ, ການສຳຫຼວດພື້ນທີ່ທີ່ຈະປູກໄມ້ແຄມນ້ຳ (ເກັບກຳຈຳນວນຄອບຄົວ ແລະ ເນື້ອທີ່ຕອນດິນຂອງຜູ້ທີ່ສົນໃຈເຂົ້າຮ່ວມກິດຈະກຳ), ການຄຸ້ມຄອງສິ່ງເສດເຫຼືອຂອງຊຸມຊົນ ພ້ອມກັບການສ້າງສູນເກັບກຳສິ່ງເສດເຫຼືອທີ່ນຳໃຊ້ຄືນໄດ້ ຈຳນວນ 2 ສູນ, ສ້າງຂຸມຂີ້ເຫຍື້ອສຳເລັດຈຳນວນ 6 ຂຸມ ໃຫ້ 6 ບ້ານ ແລະ ກຳລັງສືບຕໍ່ສ້າງໃຫ້ສຳເລັດໃນ 15 ບ້ານເປົ້າໝາຍ, ການກວດກາການບຸກລຸກພື້ນທີ່ປ່າໄມ້ລຽບຝັ່ງອ່າງເກັບນ້ຳໃນເຂດບ້ານເກົ່າທີ່ຖືກຍົກຍ້າຍ, ແລະ ການກຳນົດ-ສ້າງລະບຽບຄຸ້ມຄອງວັງສະຫງວນ. ນອກນີ້ໃນພື້ນທີ່ຕອນລຸ່ມ ແມ່ນກອງຄຸ້ມຄອງປ່າສະຫງວນແຂວງ, ກອງບັນຊາການທະຫານແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ປະຈຳຈຸດກວດກາຂອງ 3 ປ້ອມຍາມປ່າ ແລະ ດຳເນິນການກວດກາລາດຕະເວນຢ່າງເປັນປົກກະຕິຕະຫຼອດທັງປີ.

ໃນກອງປະຊຸມຍັງໄດ້ລະບຸເຖິງສິ່ງທ້າທາຍທີ່ໄດ້ເກີດຂຶ້ນ ເຊັ່ນ ການບຸກເບີກພື້ນທີ່ລ້ຽງສັດໃນພື້ນທີ່ສະຫງວນ, ການລ່າສັດ ແລະ ລັກລອບຕັດໄມ້ແບບຜິດກົດໝາຍ, ການບຸກລຸກພື້ນທີ່ປ່າເພື່ອຂະຫຍາຍພື້ນທີ່ກະສິກຳ, ການຈູດປ່າ ແລະ ການຈັບປາໂດຍນຳໃຊ້ວິທີແບບດັບສູນໃນເຂດຫວງຫ້າມ.

ເພື່ອແກ້ໄຂສິ່ງທ້າທາຍເຫຼົ່ານີ້, ໃນທີ່ປະຊຸມໄດ້ຍົກເອົາຫຼາຍມາດຕະການຂຶ້ນນຳສະເໜີ ລວມມີ ການເສີມການບັງຄັບໃຊ້ກົດໝາຍໃຫ້ສອດຄ່ອງກັບຂໍ້ບັງຄັບທາງກົດໝາຍຕ່າງໆ, ການເພີ່ມການລາດຕະເວນໃນພື້ນທີ່ສ່ຽງ, ການເພີ່ມບຸກຄະລາກອນ ແລະ ສິ່ງອຳນວຍຄວາມສະດວກໃນການລາດຕະເວນໃນພື້ນທີ່ຫ່າງໄກສອກຫຼີກ, ການຈ້າງຊ່ຽວຊານໃນການສ້າງຄວາມອາດສາມາດໃຫ້ແກ່ພະນັກງານຂັ້ນເມືອງ ແລະ ຂັ້ນແຂວງ ແລະ ການປັບປຸງແຜນງົບປະມານເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບໃນກິດຈະກຳການປົກປັກຮັກສາພື້ນທີ່ສະຫງວນຕ່າງໆ.

ຜ່ານການຮ່ວມມືກັນຢ່າງຕໍ່ເນື່ອງກັບໜ່ວຍງານພາກລັດ ແລະ ຊຸມຊົນທ້ອງຖິ່ນ, ນໍ້າເທີນ 1 ມຸ່ງໝັ້ນທີ່ຈະປົກປ້ອງຊັບພະຍາກອນປ່າໄມ້, ອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ສົ່ງເສີມການພັດທະນາຢ່າງຍືນຍົງພາຍໃນອ່າງຮັບນໍ້າຂອງນໍ້າເທີນ 1.