ໃນທ້າຍເດືອນທັນວາ 2025, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຊິ່ງນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍທີມງານນໍ້າເທີນ 1 ໄດ້ເຂົ້າມອບທຶນພັດທະນາຊຸມຊົນ ນໍ້າເທີນ 1 (CDF) ປະຈຳປີ 2025 ມູນຄ່າ 1,000,000 ໂດລາສະຫະລັດ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ. ທຶນດັ່ງກ່າວ ແມ່ນຕ່າງໜ້າຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ທັງເປັນປະທານຄະນະກຳມະການຄຸ້ມຄອງກອງທຶນພັດທະນາຊຸມຊົນ ນໍ້າເທີນ 1.
ກອງທຶນພັດທະນາຊຸມຊົນ ນໍ້າເທີນ 1 ເປັນພັນທະທີ່ທາງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຕ້ອງໄດ້ມອບໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເປັນປະຈຳທຸກປີ ຕະຫຼອດໄລຍະສຳປະທານ 27 ປີ ຫຼັງຈາກການເລີ່ມຜະລິດໄຟຟ້າຢ່າງເປັນທາງການ. ທຶນດັ່ງກ່າວ ແມ່ນມີຈຸດປະສົງ ເພື່ອສະໜັບສະໜູນໂຄງການພັດທະນາຊຸມຊົນ ໃນ 2 ເມືອງເປົ້າໝາຍຂອງໂຄງການ ຄື ເມືອງປາກກະດິງ ແລະ ເມືອງວຽງທອງ ເຊິ່ງບໍລິຫານທຶນໂດຍ ຄະນະກຳມະການຄຸ້ມຄອງທຶນພັດທະນາຊຸມຊົນ ນໍ້າເທີນ 1.
ໃນປີ 2025, ທຶນ CDF ແມ່ນໄດ້ຖືກນຳໃຊ້ເຂົ້າໃນການຊຳລະບັນດາໂຄງການພັດທະນາທີ່ໄດ້ເລີ່ມຕັ້ງແຕ່ປີ 2022, ຈຳນວນ 3 ໂຄງການຄື:
- ໂຄງການປູຢາງທາງ 2 ຊັ້ນ ເທດສະບານເມືອງປາກຊັນ
- ໂຄງການຕິດຕັ້ງເສົາໄຟຟ້າແສງຕາເວັນໃນເທດສະບານເມືອງວຽງທອງ, ແຂວງບໍລິຄຳໄຊ
- ໂຄງການກໍ່ສ້າງທາງງປູຢາງ 2 ຊັ້ນ (ທາງຮ່ອມ 6 ເສັ້ນ) ບ້ານໂພນຈະເລີນ (ຄຸ້ມໂພນງາມ) ເມືອງປາກກະດິງ
ໃນປີທີ່ຈະມາເຖິງນີ້, ນໍ້າເທີນ 1 ຫວັງວ່າ ກອງທຶນພັດທະນາຊຸມຊົນຈະສືບຕໍ່ຖືກນຳໃຊ້ຢ່າງມີປະສິດທິພາບ ເພື່ອສະໜັບສະໜູນການພັດທະນາຊຸມຊົນທ້ອງຖິ່ນ ໂດຍສະເພາະໃນການຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ ແລະ ຊ່ວຍປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ໃນທາງບວກ ແລະ ຍືນຍົງໃນໄລຍະຍາວ.
