ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ

ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈັດການຝຶກອົບຮົມ ແລະ ການລົງເຮັດກິດຈະກຳການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ທີ່ 2 ບ້ານເປົ້າໝາຍ Previous item ຊຸກຍູ້-ສົ່ງເສີມ...

“ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນເອງ ເພື່ອ​ໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ.”

ທີມງານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ປະຈຳຢູ່ ເມືອງວຽງທອງ, ແຂວງບໍລິຄຳໄຊ,    ໄດ້ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ ເພື່ອເປັນຜູ້ອຳນວຍຄວາມສະດວກໃນການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ໃນວັນທີ 9-11 ຕຸລາ 2023. ໃນການຝຶກອົບຮົມ, ມີນັກສຳມະນາກອນເຂົ້າຮ່ວມຈາກ ກຸ່ມບໍລິສັດພອນສັກ ຈຳກັດ 6 ທ່ານ (ຍິງ 2 ທ່ານ), ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ 2 ທ່ານ (ຍິງ 1 ທ່ານ), ພະນັກງານຈາກສະຫະພັນແມ່ຍິງເມືອງວຽງທອງ 1 ທ່ານ ແລະ ຄະນະປະສານງານຂັ້ນເມືອງ 1 ທ່ານ. ນໍາພາການຝຶກອົບຮົມຄັ້ງນີ້ໂດຍ ທ່ານ ສຸກສະໝອນ ແສງອາລຸນ ພະນັກງານງານອາວຸໂສຝ່າຍເສີມສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ ແລະ ຊຸມຊົນ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ. ເຊິ່ງໄດ້ນໍາເອົາບົດຮຽນ, ປະສົບການ ແລະ ເຄື່ອງມື ຈາກບັນດາໂຄງການອື່ນໆ ມາຖ່າຍທອດໃຫ້ແກ່ຜູ້ເຂົ້າຮ່ວມ. ຈຸດປະສົງຂອງການຝືກອົບຮົມເພື່ອຮຽນຮູ້ຂະບວນການສ້າງແຜນພັດທະນາຂັ້ນທ້ອງຖິ່ນ ໂດຍການວາງແຜນຕັ້ງແຕ່ຂັ້ນລຸ່ມຫາຂັ້ນເທິງ ເຊັ່ນ: ຂັ້ນບ້ານ, ຂັ້ນກຸ່ມບ້ານ (ຖ້າມີ) ແລະ ຂັ້ນເມືອງ ຕາມລຳດັບ. ໃນນັ້ນ, ຜູ້ເຂົ້າຮ່ວມໄດ້ຮຽນທິດສະດີ ແລະ ຝຶກການປະຕິບັດຕົວຈິງ ເປັນເວລາ 2 ວັນ. ສຳລັບບ້ານເປົ້າໝາຍທີ່ລົງວາງແຜນພັດທະນາບ້ານ ມີ 2 ບ້ານຄື: ບ້ານຫ້ວຍຫອຍ ແລະ ບ້ານເມືອງມ່ວນ ທີ່ ເມືອງວຽງທອງ, ແຂວງບໍລິຄຳໄຊ.

ພາຍຫລັງການຝຶກອົບຮົມແລ້ວ, ທີມງານດ້ານສັງຄົມຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈໍາກັດ ນໍາພາໂດຍ ທ່ານ ສຸກສະໝອນ ແສງອາລຸນ,​ ໄດ້ລົງສ້າງກິດຈະກໍາ ຈັດກອງປະຊຸມວາງແຜນພັດທະນາບ້ານ ໄລຍະ 3 ປີ (2024-2026) ຢູ່ບ້ານ ເມືອງມ່ວນ ໃນວັນທີ 11 ຕຸລາ 23 ແລະ ບ້ານຫ້ວຍຫອຍ ໃນວັນທີ 14 ຕຸລາ 2023 ໂດຍມີນາຍບ້ານ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານທັງຍິງ ແລະ ຊາຍ ນັບແຕ່ອາຍຸ 18 ປີ ຂື້ນໄປເຂົ້າຮ່ວມຢ່າງພ້ອມໜ້າ.

ທ່ານ ສຸກສະໝອນ ແສງອາລຸນ ພະນັກງານງານອາວຸໂສຝ່າຍເສີມສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ ແລະ ຊຸມຊົນ, ບໍລິສັດ ໄຟຟ້າ ນ້ຳເທີນ 1 ຈຳກັດ, ໄດ້ໃຫ້ຄຳເຫັນຕໍ່ການຝຶກອົບຮົມຄັ້ງນີ້ວ່າ: “ນັກສໍາມະນາກອນມາຈາກຫລາຍພາກສ່ວນ ແລະ ມີພື້ນຖານ-ຄວາມຮູ້ແຕກຕ່າງກັນ. ດັ່ງນັ້ນ ຈຶ່ງໄດ້ຈັດການຝຶກອົບຮົມແບບມີສ່ວນຮ່ວມ ເຊິ່ງນັກສຳມະນາກອນກໍ່ໄດ້ແລກປ່ຽນບົດຮຽນແບບເປັນກັນເອງ. ການຝຶກອົບຮົມອາດມີໄລຍະເວລາທີ່ສັ້ນ ແຕ່ຜູ້ເຂົ້າຮ່ວມກໍ່ໄດ້ຝຶກ ແລະ ເປັນຜູ້ອຳນວຍຄວາມສະດວກທີ່ສາມາດນຳພາປະຊາຊົນວາງແຜນໄດ້ດີສົມຄວນ ເຊິ່ງແຜນພັດທະນາບ້ານທັງສອງບ້ານແມ່ນສຳເລັດຕາມຄາດໝາຍ. ສຳລັບປະຊາຊົນ, ເຫັນວ່າພວກເຂົາມີຄວາມສົນໃຈ ແລະ ແມ່ຍິງກໍ່ມີສ່ວນຮ່ວມຫລາຍສົມຄວນ. ເຂົາເຈົ້າໄດ້ອອກຄຳຄິດເຫັນຂອງຕົນເອງ ແລະ ສະແດງອອກຢ່າງເຕັມທີ່.  ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ການວາງແຜນແບບມີສ່ວນຮ່ວມຂັ້ນບ້ານ ແມ່ນບາດກ້າວທໍາອິດ ແລະ ບາດກ້າວທີ່ສຳຄັນທີ່ສຸດໃນການພັດທະນາ ແລະ ແມ່ນການໃຫ້ສິດຢ່າງແທ້ຈິງ ແກ່ພໍ່ແມ່ປະຊາຊົນໝົດທຸກຄົນພາຍໃນບ້ານ ໂດຍສະເພາະແມ່ຍິງ, ຊົນເຜົ່າ ແລະ ຜູ້ທຸກຍາກ ໃນການສະແດງອອກເຖິງຄວາມມຸ່ງໝາດປາດຖະໜາຂອງປະຊາຊົນເອງ ເພື່ອໃຫ້ຄອບຄົວ ແລະ ຊຸມຊົນຂອງພວກເຂົາມີອະນາຄົດທີ່ດີຂຶ້ນ”.

 

ໃນການລົງເຮັດກິດຈະກຳຄັ້ງນີ້ໄດ້ແບ່ງກຸ່ມຄົ້ນຄວ້າປຶກສາຫາລືກັັບປະຊາຊົນອອກເປັນ 3 ກຸ່ມຄື: ກຸ່ມຜູ້ຍິງ, ກຸ່ມຜູ້ຊາຍ ແລະ ກຸ່ມການຈັດຕັ້ງບ້ານ. ໃນນັ້ນ ກຸ່ມຄົ້ນຄວ້າ ຂອງກຸ່ມຍິງ ແລະ ກຸ່ມຊາຍ ຈະໄດ້ສຸມໃສ່ຄົ້ນຄວ້າ ເພື່ອຊອກບັນຫາ, ສາເຫດ, ທ່າແຮງ ແລະ ວິທີແກ້ໄຂບັນຫາ ກ່ຽວກັບການປູກ, ການລ້ຽງ, ການປະມົງ, ການບໍລິການ, ການສ້າງຜະລິດຕະພັນແບບກະສິກໍາ, ວຽກງານຫັດຖະກໍາໃຫ້ເປັນສິນຄ້າ ແລະ ການປັບປຸງອື່ນໆ. ສຳລັບກຸ່ມຄົ້ນຄວ້າຂອງກຸ່ມອົງການປົກຄອງບ້ານເນັ້ນໃສ່ການເຂົ້າເຖິງ ແລະ ການພັດທະນາດ້ານພື້ນຖານໂຄງລ່າງພາຍໃນບ້ານ. ຈຸດປະສົງການປະຊຸມຄັ້ງນີ້ກໍ່ເພື່ອເປັນການຊອກຫາວິທີທາງແກ້ໄຂ, ປັບປຸງ ແລະ ຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ພ້ອມທັງເປັນການຍົກລະດັບຄວາມເຂັ້ມແຂງໃນການພັດທະນາຄອບຄົວໃຫ້ດີຂຶ້ນ ແລະ ສາມາດສ້າງລາຍຮັບເຂົ້າໃນຄອບຄົວແບບກຸ້ມຕົນເອງ ແລະ ຍືນຍົງຍິ່ງຂຶ້ນ.

ທ່ານ ນາງ ໄມຈັນ ວັນມະນີ, ອາຍຸ 47 ປີ, ຮັບຜິດຊອບວຽກງານສະຫະພັນແມ່ຍິງບ້ານຫ້ວຍຫອຍ, ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກຍິນດີ ເພາະໄດ້ມີການແບ່ງກຸ່ມຍິງ-ຊາຍ. ສຳລັບແຜນພັດທະນາບ້ານແມ່ນຢາກໃຫ້ພັດທະນາ 3 ບູລິມະສິດ ຄື: ເສັ້ນທາງໄປຫາດິນປ່າຊ້າ, ເສັ້ນທາງໄປຫາດິນກະສິກຳ-ຄັງສັດ ໃຫ້ສາມາດເດີນທາງໄດ້ທັງ 2 ລະດູ ແລະ ອ່າງເກັບນ້ຳເພື່ອສ້າງຄວາມສະດວກຕໍ່ການຜະລິດກະສິກຳໃນລະດູແລ້ງ”.

ທ່ານ ນາງ ໃບ, ອາຍຸ 49 ປີ, ປະຊາຊົນບ້ານຫ້ວຍຫອຍ, ຜູ້ເຂົ້າຮ່ວມກອງປະຊຸມວາງແຜນພັດທະນາບ້ານ ໄດ້ກ່າວວ່າ: “ແມ່ແສນດີອົກດີໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມ. ແມ່ໄດ້ເລືອກກິດຈະກຳປູກຜັກສວນຄົວ, ແປຮູບອາຫານ ແລະ ດູແລສັດ-ຊັກຢາປ້ອງກັນພະຍາດສັດ. ທີ່ຜ່ານມາ ເມື່ອລ້ຽງສັດໃຫຍ່ແລ້ວກໍ່ມັກຕາຍ ເຊັ່ນ: ໄກ່ ແລະ ເປັດ. ດັ່ງນັ້ນ ກໍ່ເລີຍຢາກໃຫ້ອົງການປົກຄອງທ້ອງຖິ່ນ ແລະ ໂຄງການຫາວິທີຊ່ວຍເຫຼືອຕື່ມ”.