ມອບທຶນການສຶກສາໃຫ້ນັກຮຽນຈາກພື້ນທີ່ໂຄງການ ໄປຮຽນ ທີ່ ສປ ຈີນ

ມອບທຶນການສຶກສາໃຫ້ນັກຮຽນຈາກພື້ນທີ່ໂຄງການ ໄປຮຽນ ທີ່ ສປ ຈີນ Previous item ... Next item ສະໜັບສະໜູນ ກ້ອງຖ່າຍຮູບ...

                                                  

“…ນ້ອງຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະໄດ້ໄປສຶກສາຮໍ່າຮຽນຢູ່ປະເທດຈີນ ຊຶ່ງມັນເປັນຄັ້ງທຳອິດທີ່ນ້ອງຈະໄດ້ເດີນທາງອອກຈາກບ້ານ ແລະ ຢູ່ຫ່າງໄກຈາກຄອບຄົວ…” ຄໍາເວົ້າສ່ວນໜຶ່ງຈາກບົດສໍາພາດ ທ້າວ ກືລໍ່ ເຈີທາຍ, ນັກຮຽນທີ່ໄດ້ຮັບທຶນການສຶກສາ ຈາກ ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ເພື່ອໄປສຶກສາທີ່ ສປ ຈີນ.

ໃນຕອນເຊົ້າ ວັນທີ 1 ກັນຍາ 2023 ທີ່ ຫ້ອງປະຊຸມກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ໄດ້ຈັດພິທີມອບ-ຮັບທຶນການສຶກສາ ໃນລະດັບປະລິນຍາຕີ ຈາກ 2 ໂຄງການ ລວມມີ ໂຄງການ ເຂື່ອນໄຟຟ້ານ້ຳເທີນ 1 ແລະ ໂຄງການ ເຂື່ອນໄຟຟ້າເຊລະນອງ 1 (ໂດຍຜ່ານກະຊວງພະລັງງານ ແລະ ບໍ່ແຮ່) ໃຫ້ແກ່ ຜູ້ທີ່ໄດ້ຮັບທຶນການສຶກສາ ເຊິ່ງເປັນນ້ອງນັກຮຽນຈາກພື້ນທີ່ໆໄດ້ຮັບຜົນກະທົບຈາກໂຄງການ. ໂດຍການເປັນປະທານໃນພິທີຄັ້ງນີ້ ແມ່ນ ທ່ານ ນາງ ຈັນມະລາ ເພັດລຳພັນ – ຮອງຫົວໜ້າ ກົມທຸລະກິດພະລັງງານ, ມີຜູ້ເຂົ້າຮ່ວມຈາກ ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ທ່ານ ບຸນຍັງ ເພັງສຸວັນ – ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ (NT1PC) ພ້ອມດ້ວຍທີມງານພະແນກ (CSR), ນັກຮຽນທີ່ໄດ້ຮັບທຶນການສຶກສາ ພ້ອມດ້ວຍຜູ້ປົກຄອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ. ໃນລະຫວ່າງພິທີມອບ-ຮັບ, ເຈົ້າໜ້າທີ່ ກົມທຸລະກິດພະລັງງານ ໄດ້ນຳສະເໜີກ່ຽວກັບກົດລະບຽບວ່າດ້ວຍການຄຸ້ມຄອງທຶນການສຶກສາ ພ້ອມທັງເຊັນຮັບຮູ້ຫລາຍຝ່າຍຄື: ກົມທຸລະກິດພະລັງງານ, ບໍລິສັດ (ຜູ້ສະໜອງທຶນ), ນັກຮຽນ (ຜູ້ຮັບທຶນ) ແລະ ຜູ້ປົກຄອງຂອງນັກຮຽນ.

ໃນນັ້ນ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນການສຶກສາ ໃນລະດັບປະລິນຍາຕີໃຫ້ແກ່ ທ້າວ ກືລໍ່ ເຈີທາຍ, ອາຍຸ 19 ປີ. ປະຈຸບັນຢູ່ ບ້ານ ທົ່ງມີໄຊ, ເມືອງ ວຽງທອງ, ແຂວງ ບໍລິຄຳໄຊ, ເຊິ່ງຜູ້ກ່ຽວໄດ້ຜ່ານການສອບເສັງຄັດເລືອກເພື່ອຮັບທຶນດັ່ງກ່າວ. ຜູ້ກ່ຽວຄາດວ່າຈະໄດ້ອອກເດີນທາງໃນວັນທີ 11 ກັນຍາ 2023 ທີ່ມາເຖິງນີ້ ເພື່ອໄປສຶກສາຮໍ່າຮຽນທີ່ ມະຫາວິທະຍາໄລ ອູຮັນ, ສາຂາວິຊາ ວິສະວະກຳໄຟຟ້າ ຢູ່ ສປ ຈີນ ເປັນເວລາລວມທັງໝົດ 5 ປີ, ລວມໄລຍະເວລາສຳລັບການຮຽນກຽມພາສາຈີນ 1 ປີ.

“ມີຫຼາຍຢ່າງທີ່ນ້ອງຕ້ອງໄດ້ກະກຽມ. ການເດີນທາງໄກຈາກບ້ານເພື່ອໄປຮຽນຄັ້ງນີີ້, ແນ່ນອນວ່ານ້ອງຕ້ອງຄິດຮອດບ້ານ ແລະ ຄອບຄົວ. ຢ່າງໃດກໍ່ຕາມ, ນ້ອງຕ້ອງຕັ້ງໃຈຮ່ຳຮຽນຕະຫຼອດ 5 ປີ ແລະ ສິ່ງທີ່ສຳຄັນທີ່ສຸດຕອນນີ້ຄືການກຽມພາສາ. ນ້ອງຍັງກັງວົນກ່ຽວກັບລະດັບພາສາຂອງຕົນເອງ ເຖິງວ່າຈະໄດ້ກະກຽມຢູ່ລາວແລ້ວ 1 ເດືອນ, ແຕ່ນ້ອງຈະເຮັດໃຫ້ດີທີ່ສຸດ” ກ່າວໂດຍ ທ້າວ ກືລໍ່ ເຈີທາຍ, ລະຫວ່າງໃຫ້ສໍາພາດໃນຕອນທ້າຍຂອງພິທີມອບ-ຮັບ.

  • ທ່ານສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ https://bit.ly/3RiMb16