ປະກອບສ່ວນສົມທົບທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງບໍລິຄຳໄຊ

ປະກອບສ່ວນສົມທົບທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງບໍລິຄຳໄຊ Previous item ກອງປະຊຸມ ປຶກສາຫາລື ແລະ... Next item ...

ໃນໄລຍະທີ່ຜ່ານມາ, ສະພາບອາກາດມີການປ່ຽນແປງຢ່າງຮຸນແຮງເຮັດໃຫ້ເກີດມີພາຍຸ ແລະ ຝົນຕົກໜັກຕໍ່ເນື່ອງໃນຫຼາຍຂົງເຂດທົ່ວປະເທດລາວ. ແຂວງບໍລິຄຳໄຊ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກພາຍຸ (Talim) ສົ່ງຜົນໃຫ້ມີຝົນທີ່ຕົກໜັກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ທ້າຍເດືອນ ກໍລະກົດ ເຖິງ ຕົ້ນເດືອນສິງຫາ 2023, ເຊິ່ງເຮັດເກີດຄວາມເສຍຫາຍໃນຫຼາຍດ້ານ ເຊັ່ນ: ດິນເຈື່ອນ, ເສັ້ນທາງເປ່ເພ, ນ້ຳຖ້ວມກະທັນຫັນ ແລະ ປະຊາຊົນຫຼາຍຫຼັງຄາເຮືອນໄດ້ຮັບຜົນກະທົບຈາກໄພຂົ່ມຂູ່ທາງທຳມະຊາດຄັ້ງນີ້.

ດັ່ງນັ້ນ, ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ຈຶ່ງໄດ້ປະກອບສ່ວນສົມທົບທຶນ ຈຳນວນ 100,000,000 ກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ແຂວງ ບໍລິຄຳໄຊ ທີ່ ສະໂມສອນຫ້ອງວ່າການແຂວງ ໃນວັນທີ 29 ສິງຫາ 2023 ທີ່ຜ່ານມາ. ເຊິ່ງເປັນກຽດມອບທຶນສົມທົບ ໂດຍ ທ່ານ ຣັດສະໝີ ຍຸພານິດ – ຜູ້ອຳນວຍການໃຫຍ່, ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ພ້ອມດ້ວຍທີມງານ ແລະ ເປັນກຽດຮັບ ໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ – ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງລວມມີຜູ້ຕາງໜ້າຈາກຫ້ອງວ່າການແຂວງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເຂົ້າຮ່ວມເປັນສັກຂີພິຍານ.

ລະຫວ່າງການ ມອບ-ຮັບ ໃນຄັ້ງນີ້, ທ່ານ ຣັດສະໝີ ຍຸພານິດ ໄດ້ສະແດງຄວາມເປັນຫ່ວງເປັນໃຍເຖິງປະຊາຊົນແຂວງບໍລິຄຳໄຊທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍສະເພາະການສ້ອມແປງເສັ້ນທາງ ແລະ ຊ່ວຍເຫຼືອຜູ້ປະສົບໄພຢູ່ເຂດພູໄຮ, ເຊິ່ງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄັ້ງນີ້ ແລະ ຈະນຳໃຊ້ທຶນດັ່ງກ່າວໄປຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງບໍລິຄຳໄຊໃຫ້ທົ່ວເຖິງ. ໃນຕອນທ້າຍ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ມອບໃບຍ້ອງຍໍຂັ້ນສູງສຸດລະດັບແຂວງ ໃຫ້ກັບ ບໍລິສັດ ໄຟຟ້ານ້ຳເທີນ 1 ສຳລັບຜົນງານການປະກອບສ່ວນດ້ານງົບປະມານ ເຂົ້າໃນການຊ່ວຍເຫຼືອປະຊາຊົນທີ່ຖືກອຸຖົກກະໄພຢູ່ແຂວງບໍລິຄຳໄຊ ໃນຄັ້ງນີ້ອີກດ້ວຍ.

  • ທ່ານສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ https://bit.ly/3sLpo3z