ມອບອຸປະກອນຮັບໃຊ້ເຜີຍແຜ່ຂໍ້ມູນຂ່າວສານ (ລະບົບໂທລະໂຄ່ງບ້ານ) ໃຫ້ກັບ 8 ບ້ານລຸ່ມເຂື່ອນ

ມອບອຸປະກອນຮັບໃຊ້ເຜີຍແຜ່ຂໍ້ມູນຂ່າວສານ (ລະບົບໂທລະໂຄ່ງບ້ານ) ໃຫ້ກັບ 8 ບ້ານລຸ່ມເຂື່ອນ Previous item ຂ່າວສານສັງຄົມ ນ້ຳເທີນ 1... Next item ...

ໃນຕອນເຊົ້າວັນທີ 15 ສິງຫາ 2023 ນີ້, ຢູ່ທີ່ ຫ້ອງການບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີ ມອບ-ຮັບ ອຸປະກອນປັບປຸງລະບົບໂທລະໂຄ່ງໃຫ້ 8 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1 ເພື່ອໃຫ້ມີຄວາມສະດວກໃນການສື່ສານ ປະກາດແຈ້ງການໃນກໍລະນີສຸກເສີນ ແລະ ວຽກບ້ານການເມືອງຕ່າງໆໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ມີ: ບ້ານໂພນຈະ ເລີນ, ບ້ານໂພນໄຊ, ບ້ານຫາດຊາຍຄຳ, ບ້ານປາກຊຸນ, ບ້ານດອນໄຊ, ບ້ານປາກປາງ, ບ້ານປາກກະດິງເໜືອ ແລະ ບ້ານປາກກະດິງໃຕ້. ອຸປະກອນປັບປຸງລະບົບໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້ ມີ: ຫົວໂທລະໂຄ່ງ 43 ຫົວ, ສາຍໄຟໂທລະໂຄ່ງ 6.350 ແມັດ, ແອັມ (ເຄື່ອງກະຈາຍສຽງ) 5 ໜ່ວຍ, ໄມໂຄໂພນ 5 ອັນ, ເສົາຕັ້ງໂທລະໂຄ່ງ 7 ເສົາ ແລະ ອຸປະກອນອື່ນໆທີ່ຈໍາເປັນໃນການຕິດຕັ້ງ ລວມທັງການຕິດຕັ້ງຈາກຊ່າງເຕັກນິກ ລວມມູນຄ່າ 195.061.000 ກີບ, ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດໄຟຟ້ານ້ຳເທີນ 1 ຈໍາກັດ.

      

ເປັນກຽດມອບໂດຍທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດໄຟຟ້ານໍ້າເທີນ 1 ຈໍາກັດ, ເປັນກຽດຮັບໂດຍຄະນະບ້ານ 8 ບ້ານທີ່ກ່ຽວຂ້ອງ, ໂດຍມີທ່ານ ຂັນຕີ ພັນທະວົງ ຮອງຜູ້ອຳນວຍການໃຫຍ່ ສາຍງານຄວບຄຸມການຜະລິດ ແລະ ບຳລຸງຮັກສາ ບໍລິສັດໄຟຟ້ານ້ຳເທີນ 1 ຈໍາກັດ, ທ່ານ ພັດສະດີ ພະສີໄກສອນ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ທ່ານ ສີອຳພອນ ໝາຍໝັ້ນ ຫົວໜ້າຫ້ອງວ່າການເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້້າຮ່ວມເປັນສັກຂີພິຍານ.