ບໍລິສັດ ໄຟຟ້ານ້ຳເທີນ 1 ໄດ້ຮັບໃບກຽດຕິຄຸນ ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2023

ບໍລິສັດ ໄຟຟ້ານ້ຳເທີນ 1 ໄດ້ຮັບໃບກຽດຕິຄຸນ ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2023 Previous item ບໍລິສັດ ໄຟຟ້າ ນ້ຳເທີນ 1... Next item ຂ່າວສານສັງຄົມ ນ້ຳເທີນ 1...

ໃນຕອນເຊົ້າວັນທີ 11 ສິງຫາ 2023, ຢູ່ທີ່ ຫ້ອງປະຊຸມກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທີມອບ-ຮັບ ໃບກຽດຕິຄຸນໃຫ້ແກ່ ຜູ້ທີ່ສະໜັບສະໜູນໃນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ, ເຊິ່ງຈັດໂດຍ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ເນື່ອງໃນວັນສຳຄັນດັ່ງກ່າວ, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນສະໜັບສະໜູນໃຫ້ແກ່ ກົມສິ່ງແວດລ້ອມ – ກຊສ ເພື່ອເປັນການປະກອບສ່ວນໃນການກະກຽມບັນດາກິດຈະກຳຕ່າງໆ.

ພິທີດັ່ງກ່າວເປັນກຽດມອບໂດຍ ທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າກົມສິ່ງແວດລ້ອມ – ກຊສ ແລະ ເປັນກຽດຮັບຕາງໜ້າ ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າpພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ. ໃນປີນີ້, ກົມສິ່ງແວດລ້ອມ ໄດ້ສ້າງຂະບວນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ວັນທີ 5 ມິຖຸນາ 2023 ພາຍໃຕ້ຄຳຂວັນທີ່ວ່າ: “ສິ່ງແວດລ້ອມຂອງພວກເຮົາຈະດີ ຖ້າຫຼຸດຜ່ອນການນຳໃຊ້ປລາສຕິກ (BEAT PLASTIC POLLUTION)”.