ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ສົມທົບທຶນ ເຂົ້າໃນພິທີປ່ອຍປາ ວັນສິ່ງແວດລ້ອມໂລກ ທີ່ ເມືອງວຽງທອ, ແຂວງບໍລິຄຳໄຊ

ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ສົມທົບທຶນ ເຂົ້າໃນພິທີປ່ອຍປາ ວັນສິ່ງແວດລ້ອມໂລກ ທີ່ ເມືອງວຽງທອ, ແຂວງບໍລິຄຳໄຊ Previous item ຂ່າວສານນ້ຳເທີນ 1 ສະບັບທີ 8... Next item ກອງປະຊຸມ ປຶກສາຫາລື ແລະ...

“ເວລາໃດກໍ່ຕາມ, ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ເພື່ອເປັນມູນມໍລະດົກສືບທອດເຖິງລູກ-ຫຼານ, ເຮັດໃຫ້ສັດນ້ຳມີຄວາມດຸ່ນດ່ຽງທາງດ້ານທາດຊີ້ນ ຄຽງຄູ່ກັບພວກເຮົາຕະຫຼອດໄປໃຫ້ສົມກັບຄຳວ່າ ໃນນໍ້າມີປາ ໃນນາມີເຂົ້າ ໃນປະເທດເຮົາໃຫ້ຄວາມອຸດົມສົມບູນເຕັມໄປດ້ວຍຊັບພະຍາກອນທໍາມະຊາດ” ກ່າວໂດຍ ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ.

ໃນວັນທີ 11 ກໍລະກົດ 2023 ທີ່ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ແລະ ວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ ຄົບຮອບ 114 ປີ. ພິທີດັ່ງກ່າວຈັດຢູ່ທີ່ທ່ານໍ້າງອມ ບ້ານນໍ້າຢ້າງ. ໂດຍເປັນກຽດເຂົ້າຮ່ວມພິທີຂອງ ທ່ານ ພັອ ຄໍາແພນ ວິລື້ທໍາ – ເຈົ້າເມືອງວຽງທອງ, ລວມທັງ ບັນດາການນໍາຂອງເມືອງ, ຜູ້ຕາງໜ້າບໍລິສັດ ໄຟຟ້ານໍ້າເທິນ 1 ຈຳກັດ ແລະ ພະນັກງານ, ທະຫານ-ຕໍາຫຼວດ ເຂົ້າຮ່ວມ.

ພາຍໃນພິທີ, ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງ ແລະ ໃຫ້ຄໍາເຫັນໃນການປ່ອຍປາຄັ້ງນີ້ ເພື່ອເປັນການຈັັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການປະມົງ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ວັນອະນຸລັກສັດນໍ້າ-ສັດປ່າ, ໃນການປ່ອຍສັດນໍ້າຄືນສູ່ທໍາມະຊາດເປັນຂອງປວງຊົນລາວຢ່າງແທ້ຈິງ ແລະ ເຮັດໃຫ້ທຸກຄົນໄດ້ມີສ່ວນຮ່ວມກວ້າງຂວາງກວ່າເກົ່າ. ປາທີ່ນໍາມາປ່ອຍ ປະກອບມີ 4 ຊະນິດຄື: ປານິນ ຈໍານວນ 3.000 ໂຕ, ປາປາກ 2.000 ໂຕ, ປານວນຈັນ 3.000 ໂຕ ແລະ ປາໄນ 2.000 ໂຕ, ລວມທັງໝົດ 10.000 ໂຕ. ລູກປາທີ່ນຳມາປ່ອຍຄັ້ງນີ້ ແມ່ນໄດ້ຮັບການປະກອບສ່ວນໂດຍ ບໍລິສັດ ໄຟຟ້ານໍ້າເທີນ 1 ຈຳກັດ ເປັນເງິນຈຳນວນ 5.000.000 ກີບ.

ນອກຈາກນັ້ນ, ກໍ່ຍັງມີຂະບວນການທໍາລາຍສັັດປ່າທີ່ເຈົ້າໜ້າທີ່ຍຶດໄດ້ມາຈາກການຂົນສົ່ງຊື້-ຂາຍຂອງປະຊາຊົນ ໃນຮູບແບບທີ່ຜິດກົດໝາຍ, ສັດທີຢຶດໄດ້ມາທໍາລາຍຄັ້ງນີ້ລວມມີ ກະຮອກ (ຕາຍ) ຈໍານວນ 90 ໂຕ, ບ່າງ (ຕາຍ) 1 ໂຕ, ເຫງັນ (ຕາຍ) 2 ໂຕ ແລະ ກະດ່າງ (ຕາຍ) 1 ໂຕ. ໃນການທໍາລາຍຄັ້ງນີ້ແມ່ນໄດ້ຂຸດຂຸມຝັງ ເພື່ອໃຫ້ຍ່ອຍສະຫຼາຍຕາມທຳມະຊາດ.