ມອບທຶນສະໜັບສະໜູນໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ

ມອບທຶນສະໜັບສະໜູນໃນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ Previous item ... Next item ຂ່າວສານນ້ຳເທີນ 1 ສະບັບທີ 8...

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ທີ່ຜ່ານມາ, ບໍລິສັດ ໄຟໄຟ້ານ້ຳເທີນ 1 ຈຳກັດ ໄດ້ມອບທຶນສະໜັບສະໜູນ ຈຳນວນ 5,000,000 ກີບ ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ ໃນວັນທີ 21 ກໍລະກົດ 2023 ທີ່ຜ່ານມາ, ເຊິ່ງຕາງໜ້າມອບໂດຍ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາຝ່າຍພົວພັນກັບລັດຖະບານ ແລະ ກຳມະການບໍລິຫານ ບໍລິສັດ ໄຟໄຟ້ານ້ຳເທີນ 1 ຈຳກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ.

ໃນວາລະດັ່ງກ່າວ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບດ້ວຍບັນຍາກາດທີ່ອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ຈາກ ບໍລິສັດ ໄຟໄຟ້ານ້ຳເທີນ 1 ຈຳກັດ. ນອກຈາກນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ຖືໂອກາດດັ່ງກ່າວນຳສະເໜີວຽກງານ ແລະ ກິດຈະກຳຕ່າງໆພາຍໃຕ້ການບໍລິຫານຂອງສູນກາງສະຫະພັນແມ່ຍິງລາວ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມື ຈາກບໍລິສັດເພີ່ມເຕີມໃນຕໍ່ໜ້າ. ພ້ອມກັນນັ້ນ, ທ່ານ ບຸນຍັງ ເພັງສຸວັນ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄວາມຄວາມສຳເລັດໃນວຽກງານຕ່າງໆ ພາຍໃຕ້ການບໍ ລິຫານຂອງ ສູນກາງສະຫະພັນແມ່ຍິງລາວ ແລະ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ກັບການພັດທະນາໄວໜຸ່ມ ໂດຍສະເພາະແມ່ຍິງໃນປະຈຸບັນ ທີ່ມີຄວາມທັນສະໄໝໃນການນຳໃຊ້ເທັກໂນໂລຢີທີ່ມີຄວາມຫຼາກຫຼາຍໃນການຮັບຂໍ້ມູນຂ່າວສານ. ເຖິງຢ່າງໃດກໍ່ຕາມ, ທ່ານ ບຸນຍັງ ເພັງສຸວັນ ຍັງສະແດງຄວາມເຊື່ອໝັ້ນຕໍ່ແນວທາງການຊຸກຍູ້ ແລະ ການປຸກລະດົມຂອງສູນກາງສະຫະພັນແມ່ຍິງລາວ ທີ່ເປັນສ່ວນໜຶ່ງໃນການພັດທະນາໄວໜຸ່ມ ແລະ ສ້າງຄວາມອາດສາມາດໃຫ້ແກ່ແມ່ຍິງໃຫ້ມີຄຸນນະພາບ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມ.

ນອກຈາກນີ້, ໃນວັນທີ 19 ກໍລະກົດ 2023, ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ ຍັງໄດ້ໃຫ້ການສະໜັບສະໜູນທຶນໃຫ້ແກ່ ສະຫະພັນແມ່ຍິງຮາກຖານ ສະພາປະຊາຊົນແຂວງ ຕາມການສະເໜີຂອງ ຄະນະເລຂາທິການ ສະພາປະຊາຊົນແຂວງບໍລິຄຳໄຊ ເພື່ອຈັດຊື້ເສື້ອໂປໂລ ຈຳນວນ 33 ຜືນ ແລະ ຊຸກຍູ້ງົບປະມານຈັດກິດຈະກຳປະຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງ ຈຳນວນ 3,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ໃຫ້ມີຂະບວນການຟົດຟື້ນ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວັນສ້າງຕັ້ງດັ່ງກ່າວ.
————————

– ທ່ານຍັງສາມາດອ່ານຂ່າວສານສັງຄົມ ນ້ຳເທີນ 1 ປະເດືອນ ກໍລະກົດ 2023 ສະບັບເຕັມໄດ້ທີ່: http://www.nt1pc.com/…/Final-Lao-version_Monthly… (ພາສາລາວ)