ສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງວຽງຄໍາ, ແຂວງບໍລິຄໍາໄຊ

ສະໜັບສະໜູນ ກ້ອງຖ່າຍຮູບ ໃຫ້ແກ່ ຫ້ອງການຖະແຫຼງຂ່າວ-ວັດທະນາທຳ ແລະ ການທ່ອງທ່ຽວ, ເມືອງວຽງຄໍາ, ແຂວງບໍລິຄໍາໄຊ Previous item ... Next item ສະໜັບສະໜູນ...

ເມື່ອວັນທີ 27 ສິງຫາ 2019 ທີ່ຜ່ານມານີ້, ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ໄດ້ມອບກ້ອງຖ່າຍຮູບ ຈໍານວນ 1 ໜ່ວຍໃຫ້ແກ່ ຫ້ອງການຖະແຫຼງຂ່າວ – ວັດທະນາທຳ ແລະ ການທ່ອງທ່ຽວ (ຖວທ) ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍມີຜູ້ຕາງໜ້າຈາກບໍລິສັດແມ່ນ ທ່ານ ບຸນຍັງ ເພັງສຸວັນ, ທີ່ປຶກສາໃນການພົວພັນກັບລັດຖະບານ ແລະ ກໍາມະການບໍ ລິຫານ ພ້ອມດ້ວຍທີມງານຫ້ອງການຜູ້ອໍານວຍການໃຫຍ່ ແລະ ທີມງານບໍລິຫານພາກສະໜາມເປັນຜູ້ມອບ ແລະ ຜູ້ຕາງໜ້າຈາກ ຫ້ອງການ ຖວທ ເມືອງວຽງທອງ ແຂວງບໍລິຄໍາໄຊ ແມ່ນ ທ່ານ ສະລັກ ໄຊຍະວົງສາ, ຫົວໜ້າຫ້ອງ ການເປັນຜູ້ຮັບ.

ການສະໜັບສະໜູນຂອງບໍລິສັດໃນຄັ້ງນີ້ ລວມມີ: ກ້ອງຖ່າຍຮູບນີ້ງ ຈໍານວນ 1 ໜ່ວຍ ພ້ອມດ້ວຍອຸປະກອນຄົບຊຸດ ຍີ່ຫໍ້: Cannon EOS 77D, ໃນມູນຄ່າລວມທັງໝົດ 7,337,000 ກີບ (ເຈັດລ້ານສາມແສນສາມສິບເຈັດພັນກີບ) ເພື່ອເປັນການສະໜອງ ແລະ ຊຸກຍູ້ໃຫ້ແກ່ເຂົາເຈົ້າ ເພື່ອນໍາໃຊ້ເຂົ້າໃນວຽກງານການເຄື່ອນໄຫວຕ່າງໆຂອງຫ້ອງການ ຖວທ.