ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຂົ້າຮ່ວມການກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ

ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ເຂົ້າຮ່ວມການກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ Previous item ... Next item ຊຸກຍູ້-ສົ່ງເສີມ...

ໃນລະຫວ່າງວັນທີ 28-30 ຕຸລາ 2025, ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ເຂົ້າຮ່ວມກວດກາວຽກກໍ່ສ້າງໂຄງລ່າງພື້ນຖານຂອງຊຸມຊົນ ໄລຍະຄໍ້າປະກັນ 1 ປີ ເຊິ່ງປະກອບມີ ຮ້ານຄ້າທຸລະກິດຊຸມຊົນ ທີ່ເມືອງປາກກະດິງ, ກໍ່ສ້າງກັນເຈື່ອນຢູ່ບ້ານຈັດສັນຫ້ວຍຫອຍ ແລະ ບ້ານຫຍັບຍ້າຍເມືອງມ່ວນ ແລະ ການກໍ່ສ້າງຮົ້ວຄັງສັດ ບ້ານຫ້ວຍຫອຍ. ໂຄງການກໍ່ສ້າງດັ່ງກ່າວນີ້ ແມ່ນຈັດຕັ້ງປະຕິບັດໂດຍ ກຸ່ມບໍລິສັດ ພອນສັກ ຈຳກັດ (PSG) ພາຍໃຕ້ແຜນຟື້ນຟູຊີວິດການເປັນຢູ່ຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ເຊິ່ງເນັ້ນຍໍ້າເຖິງຄວາມມຸ່ງໝັ້ນຂອງບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃນການສະໜັບສະໜຸນວຽກພັດທະນາໂຄງລ່າງພື້ນຖານໃນຊຸມຊົນເປົ້າໝາຍຂອງພວກເຮົາ.

ໃນຖານະເປັນຄູ່ຮ່ວມຈັດຕັ້ງປະຕິບັດ, PSG ໄດ້ວ່າຈ້າງ ບໍລິສັດ ແອວເອັສອີພີ (LSEP) ແລະ ບໍລິສັດ ພອນໄຊໄກສອນ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາໃນວຽກກໍ່ສ້າງດັ່ງກ່າວ. ການກວດກາໄລຍະຄໍ້າປະກັນ 1 ປີ ມີເປົ້າໝາຍເພື່ອປະເມີນຄຸນນະພາບຂອງການກໍ່ສ້າງ, ການສ້ອມແປງ ແລະ ການບຳລຸງຮັກສາທີ່ຈຳເປັນຫຼັງຈາກໂຄງການໃຫ້ສຳເລັດສົມບູນ.

ການກວດກາໃນຄັ້ງນີ້ໄດ້ເຂົ້າຮ່ວມໂດຍ ຕາງໜ້າຈາກບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃນຖານະເປັນເຈົ້າຂອງໂຄງການ, ບໍລິສັດ ພອນສັກ ຈຳກັດ, ບໍລິສັດ ແອວເອັສອີພີ ແລະ ບໍລິສັດ ພອນໄຊໄກສອນ ກໍ່ສ້າງ ຈຳກັດ, ຕ່າງໜ້າຈາກຜູ້ປະສານງານ ເມືອງປາກກະດິງ ແລະ ເມືອງວຽງທອງ (DWG), ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ນາຍບ້ານປາກກະດິງໃຕ້, ນາຍບ້ານເມືອງມ່ວນ, ນາຍບ້ານຫ້ວຍຫອຍ ແລະ ຫົວໜ້າຄຸ້ມຄັງສັດບ້ານຫ້ວຍຫອຍ.

ໃນວັນທີ 28 ຕຸລາ 2025, ທີມງານກວດກາໄດ້ລົງຢ້ຽມຢາມຮ້ານຄ້າຊູມຊົນທີ່ເມືອງປາກກະດິງ. ໃນການທົບທວນຄືນ 11 ໜ້າວຽກຂອງການກໍ່ສ້າງ, ມີ 4 ໜ້າວຽກທີ່ຕ້ອງໄດ້ຮັບການສ້ອມແປງຄືນ ໂດຍສະເພາະ ວຽກກໍ່ ແລະ ໂບກ, ວຽກໄຟຟ້າ, ວຽກພື້ນ ແລະ ວຽກເຄື່ອງໃຊ້ຫ້ອງການ. ໃນນີ້ຜູ້ຮັບເໝົາເຫັນດີທີ່ຈະສ້ອມແປງໃຫ້ສຳເລັດບໍ່ໃຫ້ກາຍວັນທີ 10 ພະຈິກ 2025.

ໃນວັນທີ 29 ຕຸລາ 2025, ທີມງານໄດ້ເດີນທາງໄປເມືອງວຽງທອງ ເພື່ອກວດກາໂຄງສ້າງກັນເຈື່ອນທີ່ບ້ານຫ້ວຍຫອຍ ແລະ ບ້ານເມືອງມ່ວນ. ຜ່ານການກວດກາເຫັນວ່າ ໂຄງສ້າງກັນເຈື່ອນຫຼາຍຈຸດມີການເປ່ເພເສຍຫາຍ ເນື່ອງຈາກດິນເຈື່ອນ ແລະເກີດຮອຍແຕກ/ແຫງຕາມກຳແພງກັນເຈື່ອນ. ໃນນີ້ ທາງທີມວິຊາການວຽກໂຍທາຂອງບໍລິສັດ ພອນສັກ ຈະກວດສອບເພີ່ມຕື່ມວ່າຄວາມເສຍຫາຍດັ່ງກ່າວ ເກີດຈາກການກໍ່ສ້າງທີ່ບໍ່ໄດ້ມາດຖານ ຫຼື ການອອກແບບທີ່ບໍ່ເໝາະສົມ ເພື່ອກຳນົດຄວາມຮັບຜິດຊອບ ແລະ ແກ້ໄຂຈຸດທີ່ເປ່ເພເຫຼົ່ານັ້ນຄືນ.

ໃນມື້ສຸດທ້າຍ ວັນທີ 30 ຕຸລາ 2025, ທີມງານໄດ້ໄປກວດກາຮົ້ວຄັງສັດທີ່ບ້ານຫ້ວຍຫອຍ ເຊິ່ງໄດ້ກວມເອົາຈຳນວນ 5 ຄຸ້ມ. ໃນນີ້ບັນຫາທີ່ພົບລວມມີ ຮົ້ວບາງບ່ອນມີການເປ່ເພຍ້ອນຕົ້ນໄມ້ລົ້ມທັບ ແລະ ໜາມໝາກຈັບເຂົ້າໝ້ຽງຢູ່ບາງຄຸ້ມ ໂດຍສະເພາະຄຸ້ມນ້ຳມືດ, ຄຸ້ມໂພນໂຮມ ແລະ ຄຸ້ມວັງໝາກ. ຕໍ່ກັບບັນຫາດັ່ງກ່າວ ທາງຜູ້ຮັບເໝົາເຫັນດີໃນການສ້ອມແປງຮົ້ວທີ່ເສຍຫາຍຄືນ ສ່ວນໜາມໝາກຈັບທີ່ຫົວໜ້າຄຸ້ມທັງສາມແຈ້ງວ່າເຂົ້າໝ້ຽງນັ້ນ ທາງຜູ້ຮັບເໝົາ ແລະ ຫົວໜ້າຄຸ້ມຈະໄປກວດກາຄືນ ແລະ ຕົກລົງກັນຕົວຈິງ ເພື່ອແທນຄືນໜາມໝາກຈັບທີ່ເຂົ້າມ້ຽງຕົວຈິງ. ພາຍຫຼັງສຳເລັດການກວດກາຢູ່ຈຸດທີ່ກ່າວມານີ້ແລ້ວ ທີມງານໄດ້ປະຊຸມສະຫຼຸບບັນຫາ ແລະ ການແກ້ໄຂ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການມີສ່ວນຮ່ວມຂອງຊຸມຊົນ, ຊຸກຍູ້ໃຫ້ອົງການປົກຄອງບ້ານໃນການປຸກລະດົມຊາວບ້ານໃຫ້ເປັນເຈົ້າການໃນການບົວລະບັດ, ສ້ອມແປງ ແລະ ຮັກສາຮົ້ວຄັງສັດ ເພື່ອໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ.

ການກວດກາໄລຍະຄໍ້າປະກັນໜຶ່ງປີ ແມ່ນສະແດງໃຫ້ເຫັນວ່າພວກເຮົາໄດ້ເອົາໃຈໃສ່ເຖິງການພັດທະນາຊຸມຊົນທີ່ຍືນຍົງ ແລະ ການຮັບຮອງຄຸນນະພາບຂອງໂຄງການຟື້ນຟູຊີວິດການເປັນຢູ່. ໂດຍການຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມຈັດຕັ້ງປະຕິບັດງານ, ອົງການປົກຄອງທ້ອງຖິ່ນ ແລະ ສະມາຊິກໃນຊຸມຊົນ, ບໍສິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຍັງຄົງມຸ່ງໝັ້ນໃນການລົງທຶນໃສ່ພື້ນຖານໂຄງລ່າງເພື່ອສະໜັບສະໜູນຄວາມເປັນຢູ່ທີ່ດີ ແລະ ການຟື້ນຟູຊີວິດການເປັນຢູ່ຂອງຊຸມຊົນໄດ້ຢ່າງມີປະສິດທິພາບ.