ກິດຈະກຳຄຸ້ມຄອງວັງຫງວນ ພາຍໃຕ້ໂຄງການ ຄຸ້ມຄອງອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1

ກິດຈະກຳຄຸ້ມຄອງວັງຫງວນ ພາຍໃຕ້ໂຄງການ ຄຸ້ມຄອງອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 Next item ບໍລິສັດ ໄຟຟ້າ ນ້ຳເທີນ 1...

ພາຍໃຕ້ໂຄງການຄຸ້ມຄອງອ່າງຮັບນໍ້າຂອງໂຄງການເຂື່ອນໄຟຟ້າ ນໍ້າເທີນ 1, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໄດ້ສະໜອງງົບປະມານໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການ. ໂດຍທາງພາກລັດແມ່ນມີບົດບາດນຳໃນການອອກແບບໂຄງການ, ການຂຶ້ນແຜນງົບປະມານ ແລະ ການກຳນົດບັນດາກິດຈະກຳຍ່ອຍ ຕະຫຼອດຈົນເຖິງການເຮັດໜ້າທີ່ເປັນໜ່ວຍງານຫຼັກໃນການຈັດຕັ້ງປະຕິບັດອີກດ້ວຍ. ສຳລັບນໍ້າເທີນ 1 ເອງ ແມ່ນໄດ້ເຮັດວຽກຢ່າງໃກ້ສິດຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງໃນການຕິດຕາມຄວາມຄືບໜ້າ ແລະ ກວດສອບໃຫ້ແນ່ໃຈວ່າກິດຈະກຳຕ່າງໆໄດ້ດຳເນີນໄປຢ່າງມີປະສິດທິພາບ ແລະ ສອດຄ່ອງກັບແຜນທີ່ໄດ້ຮັບການຮັບຮອງຈາກກົມປ່າໄມ້ ເທົ່ານັ້ນ.

ໜຶ່ງໃນກິດຈະກຳທີ່ນອນຢູ່ໃນອົງປະກອບດ້ານການຄຸ້ມຄອງອ່າງຮັບນໍ້າ ແລະ ຊີວະນາໆພັນ ແມ່ນກິດຈະກຳການກຳນົດວັງສະຫງວນ. ວັງສະຫງວນແມ່ນພື້ນທີ່ແຫຼ່ງນ້ຳທີ່ຖືກກຳນົດຂຶ້ນເພື່ອເປັນບ່ອນອະນຸລັກແຫຼ່ງທີ່ຢູ່ອາໄສ ແລະ ແຜ່ພັນຢ່າງປອດໄພຂອງສັດນ້ຳ. ນອກເໜືອຈາກການເພີ່ມຈຳນວນປະຊາກອນຂອງປາແລ້ວ, ພື້ນທີ່ດັ່ງກ່າວຍັງປະກອບສ່ວນສຳຄັນໃນການຮັກສາຄວາມສົມດຸນຂອງຊີວະນາໆພັນ ແລະ ລະບົບນິເວດ ໂດຍມີບົດບາດດັ່ງນີ້:

  • ຮັກສາຄວາມຫຼາກຫຼາຍຂອງສັດນໍ້າ: ການຮັກສາຄວາມຫຼາກຫຼາຍຂອງສັດນໍ້າເຊິ່ງຊ່ວຍອະນຸລັກຄວາມສົມດຸນດ້ານນິເວດໃນແຫຼ່ງນໍ້າ. ການມີສັດນໍ້າຫຼາກຫຼາຍສາຍພັນຊ່ວຍຄວບຄຸມການຈະເລີນເຕີບໂຕຂອງສາຫຼ່າຍ ແລະ ພືດນໍ້າ, ປ້ອງກັນການເພີ່ມຈຳນວນຂອງສາຫຼ່າຍ ແລະ ສົ່ງເສີມຄວາມໝັ້ນຄົງຂອງລະບົບນິເວດ.
  • ຮັກສາຄຸນນະພາບຂອງນໍ້າ: ປາ ແລະ ສັດນໍ້າບາງຈຳພວກກິນໄຄນໍ້າ ແລະ ສິ່ງມີຊີວິດຂະໜາດນ້ອຍເປັນອາຫານ ເຊິ່ງເປັນການທຳຄວາມສະອາດນໍ້າຕາມທຳມະຊາດ, ເຮັດໃຫ້ນໍ້າໃສ ແລະ ປາດສະຈາກກິ່ນ.
  • ເປັນແຫຼ່ງຂະຫຍາຍພັນປາ: ປາໃນພື້ນທີ່ອະນຸລັກສາມາດຂະຫຍາຍພັນ ແລະ ຄ່ອຍໆຂະຫຍາຍໄປສູ່ພື້ນທີ່ອ້ອມຮອບ ເຊິ່ງສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃຫ້ແກ່ການປະມົງຂອງທ້ອງຖິ່ນ.

ເນື່ອງຈາກຮັບຮູ້ເຖິງຜົນປະໂຫຍດເຫຼົ່ານີ້, ການສ້າງວັງສະຫງວນຈຶ່ງໄດ້ຖືກກຳນົດໄວ້ໃນແຜນແມ່ບົດ ທີ່ທາງຜູ້ຮັບຜິດຊອບຂອງ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ແລະ ພາກລັດທີ່ກ່ຽວຂ້ອງໄດ້ຕົກລົງເຫັນດີຮ່ວມກັນ.

ຈາກວັນທີ 11 ຫາ 25 ກຸມພາ 2026, ທີມງານຜູ້ຈັດຕັ້ງປະຕິບັດໄດ້ລົງເຮັດກິດຈະກຳໃນ 4 ບ້ານເປົ້າໝາຍ ເຊິ່ງກິດຈະກຳລວມມີ ການສ້າງກົດລະບຽບໃນການຄຸ້ມຄອງວັງສະຫງວນ, ການເຜີຍແຜ່ຄວາມຮູ້ ແລະ ຂໍ້ຄວນປະຕິບັດຕ່າງໆ ແລະ ການລົງປັກປ້າຍ ແລະ ຫຼັກໝາຍຂອບເຂດຂອງວັງສະຫງວນ. ໃນບ້ານທຳອິດ, ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ນຳໂດຍ ທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນກັບລັດຖະບານ ພ້ອມດ້ວຍທີມງານ ໄດ້ເຂົ້າຮ່ວມກັບທີມງານພາກລັດໃນການຕິດຕາມຂັ້ນຕອນການຈັດຕັ້ງປະຕິບັດ.

ໃນລະຫວ່າງການຕິດຕາມ, ມີສິ່ງທ້າທາຍຫຼາຍຢ່າງທີ່ທີມງານໄດ້ສັງເກດເຫັນ ໂດຍສະເພາະແລ້ວໃນການສ້າງຄວາມໝັ້ນໃຈວ່າຊຸມຊົນຈະມີການເຂົ້າຮ່ວມຢ່າງກວ້າງຂວາງໃນການສ້າງ ແລະ ຮັບຮອງກົດລະບຽບໃນການຄຸ້ມຄອງວັງສະຫງວນ. ເນື່ອງຈາກຂໍ້ກຳນົດຕ່າງໆໃນກົດລະບຽບຈຳເປັນຕ້ອງໄດ້ຮັບການເຫັນດີຈາກປະຊາຊົນທູກຄົນ, ຈຳນວນຜູ້ເຂົ້າຮ່ວມທີ່ໜ້ອຍອາດເຮັດໃຫ້ກົດລະບຽບບໍ່ມີນໍ້າໜັກ ແລະ ເກີດການຂາດຄວາມເປັນເຈົ້າການຂອງຊຸມຊົນ. ສະນັ້ນ, ທ່ານ ບຸນຍັງ ເພັງສຸວັນ ຈຶ່ງໄດ້ໃຫ້ຄຳແນະນຳແກ່ທີມງານຜູ້ຮັບຜິດຊອບທາງພາກລັດ ແລະ ອຳນາດການປົກຄອງບ້ານ ໃນການຜ່ານກົດລະບຽບດັ່ງກ່າວໃຫ້ກວ້າງຂວາງຂຶ້ນ ເພື່ອໃຫ້ປະຊາຊົນທຸກຄົນໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນດີປະຕິບັດຮ່ວມກັນໃນຊຸມຊົນ.

ເພື່ອຮັບປະກັນການເຮັດວຽກທີ່ມີປະສິດທິພາບ ບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ຈຶ່ງໄດ້ມີການຕິດຕາມເພື່ອເຮັດໃຫ້ການນຳໃຊ້ງົບປະມານສອດຄ່ອງກັບແຜນການເຮັດວຽກ ແລະ ເພື່ອຮັບປະກັນວ່າຜົນໄດ້ຮັບຈະໄດ້ສົ່ງຜົນດີທີ່ຈັບຕ້ອງໄດ້ໃຫ້ແກ່ຊຸມຊົນ. ຄວາມພະຍາຍາມເຫຼົ່ານີ້ມີສ່ວນຊ່ວຍໃນການພັດທະນາຢ່າງຍືນຍົງພາຍໃນອ່າງຮັບນໍ້າຂອງນໍ້າເທີນ 1.